ໃນວັນທີ 21 ມີຖຸນາ 2021 ທີ່ອົງການກາແດງລາວ ບໍລິສັດ SNK ລາວ ກໍ່ສ້າງ ໄດ້ນຳເອົາເຈວລ້າງມືຂະໜາດ 500 ml ຈຳນວນ 100 ຕຸກ ແລະ ຜ້າປິດປາກ-ປິດດັງ ຈຳນວນ 200 ອັນ ລວມມູນຄ່າ 8 ລ້ານກີບ ມາມອບໃຫ້ໜ່ວຍກູ້ຊີບ-ກູ້ໄພ 1625 ອົງການກາແດງລາວ ເພື່ອນຳໄປຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໂດຍການມອບຂອງທ່ານ ພູມສະຫວັນ ສຸກອຸທອນ ຕາງໜ້າໃຫ້ບໍລິສັດ SNK ລາວກໍ້ສ້າງ ແລະ ຮັບໂດຍ ທ່ານ ຮສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານປະທານອົງການກາແດງລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງມາຍັງບໍລິສັດ SNK ລາວກໍ່ສ້າງ ທີ່ໄດ້ປະກອບສ່ວນອຸປະກອນຈຳນວນດັ່ງກ່າວ ພ້ອມມອບໃບຍ້ອງຍໍໃຫ້ທາງບໍລິສັດ ເພື່ອຈາລຶກຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນອຸປະກອນປ້ອງກັນພະຍາດໂຄວິດ-19 ເຊິ່ງເປັນສິ່ງສຳຄັນໃນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນພະຍາດໂຄວິດ-19 ແລະ ຈະນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.


# ຂ່າວ & ພາບ: ບຸນມີ