ສະພາບຄວາມຄືບໜ້າ ການລະບາດຂອງພະຍາດໂຄວິດ-19 ໃນລາວ

    ສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ຈັດກອງປະຊຸມເຜີຍແຜ່ສະພາບການລະບາດຂອງພະຍາດໂຄວິດ-19 ໃນໄລຍະທີ່ມີການປິດເມືອງ ແລະ ທ່າອ່ຽງຂອງການລະບາດໃນອະນາຄົດ ວັນທີ 22 ມິຖູນາ 2021 ທີ່ສູນດັ່ງກ່າວ ເປັນປະທານຂອງທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສື່ສານ ເພື່ອສຸຂະພາບ ແລະ ສູນສຸຂະສຶກສາ ກະຊວງສາທາລະນະສຸກ ໂດຍການເປັນວິທະຍາກອນຂອງທ່ານນາງ ບົວເທບ ພູມິນ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ນາງ ບົວຜັນ ຄໍາພາວົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ມີຜູ້ຕາງໜ້າຈາກສື່ມວນຊົນພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ. 

    ກອງປະຊຸມຄັ້ງນີ້ ທ່ານນາງ ບົວຜັນ ຄໍາພາວົງຜ່ານ ໄດ້ຍົກໃຫ້ເຫັນວ່າ: ແຫຼ່ງທີ່ມາຂອງການຕິດເຊື້ອໃນນະຄອນຫຼວງວຽງຈັນຮອບນີ້ ມີຈຸດເລີ່ມຕົ້ນຈາກກຸ່ມຄົນທີ່ໄດ້ໄປສະຖານທີ່ສ່ຽງເຊັ່ນ: ຮ້ານກິນດື່ມ ຄາຣາໂອເກະ ຮ້ານນວດ ແລະ ງານລ້ຽງຕ່າງໆໃນໄລຍະປີໃໝ່ລາວທີ່ຜ່ານມາ ຫຼັງຈາກນັ້ນ ໄດ້ມີການແຜ່ເຊື້ອໃສ່ຄົນໃນຄອບຄົວ ຊຸມຊົນ ແລະ ສະຖານທີ່ເຮັດວຽກຕ່າງໆ ສ່ວນຫຼາຍແມ່ນພົບໃນກຸ່ມອາຍຸ 20-29 ປີ ແລະ ກຸ່ມອາຍຸ 30-39 ປີ ເຊິ່ງແມ່ນກຸ່ມໄວໜຸ່ມ ແລະ ກຸ່ມອາຍຸກໍາລັງເຮັດວຽກ ນອກຈາກນັ້ນ ຍັງພົບໃນກຸ່ມຜູ້ສູງອາຍຸຫຼາຍກວ່າ 60 ປີ ຂຶ້ນໄປ ເປັນກຸ່ມທີ່ມີຄວາມສ່ຽງ ຖ້າຕິດເຊື້ອແລ້ວ ອາດມີຄວາມຮ້າຍແຮງເພີ່ມຂຶ້ນ ປັດຈຸບັນ ເຖິງແມ່ນວ່າຈໍານວນກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຈະຫຼຸດລົງກໍຕາມ ການແຜ່ເຊື້ອໃນລະດັບຊຸມຊົນຍັງຄົງສືບຕໍ່ໃນນະຄອນຫຼວງວຽງຈັນ ບັນດາມາດຕະການຕ່າງໆ ມີຜົນກະທົບໃນການຄວບຄຸມການແຜ່ເຊື້ອ ແຕ່ຍັງຈໍາເປັນຕ້ອງສືບຕໍ່ເພີ່ມທະວີປະຕິບັດຢ່າງເຄັ່ງຄັດ ຍັງຕ້ອງການຄວາມໝັ້ນໃຈຕື່ມອີກ ວ່າພວກເຮົາບໍ່ພາດສົ່ງຕໍ່ເຊື້ອທີ່ຍັງເຊື່ອງຊ້ອນຢູ່ ມີຄວາມສ່ຽງສູງທີ່ອາດຈະນໍາເຂົ້າຈາກປະເທດຕ່າງໆມາຍັງນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ພ້ອມນັ້ນ ຍັງພົບອີກວ່າມີ 4 ຄົນໃນ 10 ຄົນ ບໍ່ມີອາການສະແດງອອກ ແຕ່ສາມາດແຜ່ເຊື້ອໃຫ້ຜູ້ອື່ນໄດ້ ສະນັ້ນການຈໍາກັດຕົນເອງ 14 ວັນ ຫຼັງການເກັບຕົວຢ່າງແມ່ນມີຄວາມຈໍາເປັນ ເຖິງວ່າບໍ່ມີອາການສະແດງອອກກໍຕາມ. 

    ນອກນີ້ ທ່ານ ນາງ ພູມິນ ບົວເທບ ຍັງໄດ້ຍົກໃຫ້ເຫັນກ່ຽວກັບການຄຸ້ມຄອງ ແລະ ປິ່ນປົວໃນເວລາທີ່ມີກໍລະນີຕິດເຊື້ອ ເຊິ່ງລັດຖະບານໄດ້ນໍາໃຊ້ງົບປະມານຢ່າງມະຫາສາ ນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ໂດຍສະເພາະ ງົບປະມານໃນການປິ່ນປົວ ເລີ່ມຕົ້ນການກະກຽມຊຸດເຄື່ອງກວດ ອຸປະກອນການແພດທີ່ນໍາໃຊ້ເຂົ້າໃນການປິ່ນປົວ ແລະ ອື່ນໆ ດັ່ງນັ້ນ ໃຫ້ທຸກຄົນຈົ່ງພ້ອມໃຈກັນປະຕິບັດມາດຕະການຕາມຄໍາສັ່ງ ຄໍາແນະນໍາ ແລະ ມາດຕະການຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອຢຸດການແຜ່ເຊື້ອໃຫ້ໄດ້ໂດຍໄວ ແຕ່ຖ້າຫາກຍັງພາກັນເລີ່ນເລີ້ ປະໝາດ ບໍ່ປະຕິບັດມາດຕະການນັ້ນ ຄາດວ່າພວກເຮົາຍັງຈະຕ້ອງໄດ້ສືບຕໍ່ປິດເມືອງ ແລະ ຕໍ່ສູ້ກັບພະຍາດຮ້າຍນີ້ໄປຈົນຮອດຕົ້ນປີ 2022.

   # ຂ່າວ & ພາບ: ຂັນທະວີ

error: Content is protected !!