ຫົວເຫວີຍ ສືບຕໍ່ຄວາມພະຍາຍາມໃນການປູກຝັງດ້ານໄອຊີທີໃຫ້ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

    ພາຍຫຼັງສໍາເລັດການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການເຝິກອົບຮົມບຸຄະລາກອນດ້ານໄອຊີທີ ລະຫວ່າງບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ຜູ້ດຽວ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃນທ້າຍເດືອນຕຸລາ 2020 ຜ່ານມາ ເຊິ່ງໂຄງການດັ່ງກ່າວ ມີຈຸດປະສົງເພື່ອສົ່ງເສີມການແລກປ່ຽນເຕັກໂນໂລຊີ ການແບ່ງປັນປະສົບການ ແລະ ການສົ່ງເສີມຄວາມສາມາດໃນບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມ.

    ຄວາມພະຍາຍາມດັ່ງກ່າວ ຈະສຸມໃສ່ການຮ່ວມມືໄລຍະສັ້ນ ແລະ ກາງ ເຊັ່ນ: ໂຄງການເຝິກອົບຮົມ ກອງປະຊຸມ ການຮຽນຮູ້ທາງເອເລັກໂຕຣນິກ ແລະ ການແລກປ່ຽນປະສົບການລະຫວ່າງນັກຮຽນກັບຜູ້ຊ່ຽວຊານ ແລະ ຍັງມີຫຼັກສູກເຝິກທັກສະດີຈີຕອນ ທີ່ຈະຊ່ວຍໃນການເຝິກອົບຮົມພະນັກງານ ແລະ ວິສະວະກອນໃນພື້ນທີ່ຈຳນວນຫຼາຍ ພາຍໃຕ້ຫົວຂໍ້ທີ່ແຕກຕ່າງກັນໃນທ່າອ່ຽງເຕັກໂນໂລຊີໃໝ່ ແລະ ຈະມຸ່ງເນັ້ນໄປທີ່ຫົວຂໍ້ຕ່າງໆຂອງໄອຊີທີ ລວມເຖິງ 5G Cloud Big Data AI ແລະ ອື່ນໆ.

    ທ່ານ ປອ ອາຣົມຮັກ ໄຊຊະນະສົງຄາມ ອາຈານຈາກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນສື່ສານ ໄດ້ສະແດງຄວາມຄິດເຫັນຕໍ່ການເຝິກອົບຮົມ ວ່າ: ຄູ-ອາຈານ ແລະ ນັກສຶກສາຈາກສະຖາບັນ ໄດ້ຮັບຜົນປະໂຫຍດສູງສຸດໃນດ້ານການເຂົ້າຮ່ວມສຳມະນາຖ່າຍທອດແລກປ່ຽນຄວາມຮູ້ ປະສົບການດ້ານວິຊາການ-ວິຊາສະເພາະ ໂດຍສະເພາະ ດ້ານໄອຊີທີຈາກຜູ້ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ຂອງບໍລິສັດ ຫົວເຫວີຍ ທາງຫົວເຫວີຍໃຫ້ການຮ່ວມມືໃນການສະໜອງຜູ້ບັນຍາຍທີ່ມີຄວາມຊ່ຽວຊານໄດ້ເປັນຢ່າງດີ ເຊິ່ງເປັນໂອກາດທີ່ດີໃນການອັບເດດຖານຄວາມຮູ້ຂອງຄູ-ອາຈານ ແລະ ນັກສຶກສາພາຍໃນສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຄູ-ອາຈານ ແລະ ນັກສຶກສາມີຄວາມກະຕືລືລົ້ນໃນການຮຽນຮູ້ ຊອກຫາຂໍ້ມູນເຕັກໂນໂລຊີທັນສະໄໝ ທີ່ຫົວເຫວີຍມີຄວາມຊ່ຽວຊານ ເປັນການລິເລີ່ມໃນການເປີດໂລກະທັດ ເຊິ່ງສາມາດກ້າວສູ່ການພັດທະນາ ແລະ ການນຳໃຊ້ນະວັດຕະກຳທັນສະໄໝໃນ ສປປ ລາວ ອີກດ້ວຍ.

    ນອກຈາກເນື້ອຫາທີ່ຕິດພັນກັບເຕັກນິກສະເພາະຂອງບໍລິສັດແລ້ວ ຍັງໄດ້ຮັບຟັງ ແລກປ່ຽນຄວາມຮູ້ກ່ຽວກັບສະພາບການຫັນເປັນດີຈີຕອນໃນລາວ ກໍຄືສາກົນ ໂດຍສະເພາະ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຊຸກຍູ້ໃຫ້ຄົນເຮົາຕ້ອງປັບຕົວເຂົ້າກັບສະພາບການປ່ຽນແປງໃໝ່ ການແລກປ່ຽນບັນດາຂໍ້ມູນຄວາມຮູ້ເຫຼົ່ານີ້ ໄດ້ກາຍເປັນແຮງຍູ້ດັນໜຶ່ງທີ່ສຳຄັນໃນການພ້ອມພຽງກັນຫັນເປັນທັນສະໄໝ ຂອງເສດຖະກິດ-ສັງຄົມຂອງ ສປປ ລາວ. 

# ຂ່າວ-ພາບ: ສະບາໄພ

error: Content is protected !!