ໂຮງໝໍມິດຕະພາບ (150 ຕຽງ) ໄດ້ສືບຕໍ່ຈັດຕັ້ງປະຕິບັດການໃຫ້ສັກວັກຊີນແກ່ປະຊາຊົນຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໃນຮອບທີ 1 ເຂັມທີ 2 ແລະ ຮອບທີ 2 ເຂັມທີ 1 ເພື່ອສ້າງພູມຄຸ້ມກັນໃຫ້ປະຊາຊົນໃນກຸ່ມເປົ້າໝາຍດັ່ງກ່າວຄົບຕາມກຳນົດ ພ້ອມທັງເອົາໃຈໃສ່ການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຜູ້ທີ່ມາຮັບວັກຊີນ ເພື່ອຮັບປະກັນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ທ່ານ ດຣ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໃຫ້ສຳພາດວ່າ: ປັດຈຸບັນ ໂຮງໝໍມິດຕະພາບພວກເຮົາໄດ້ສືບຕໍ່ສັກວັກຊີນໃຫ້ປະຊາຊົນ ໂດຍສືບເນື່ອງຈາກການສັກໃນເຂັມທີ 1 ຮອບທີ 1 ທີ່ສັກໄປຄື: ວັກຊີນຊີໂນຟາມ ແລະ ແອັດສຕຣາເຊເນກາ ດັ່ງນັ້ນ ຈຶ່ງໄດ້ສືບຕໍ່ສັກເປັນເຂັມທີ 2 ຮອບທີ 2 ຂອງວັກຊີນດັ່ງກ່າວໃຫ້ຄົບຕາມກຳນົດ ສຳລັບຮອບທີ 2 ເຂັມທີ 1 ທີ່ໂຮງໝໍມິດຕະພາບສືບຕໍ່ສັກມີ: ວັກຊີນຊີໂນຟາມ ແອັດສຕຣາເຊເນກາ ແລະ ວັກຊີນໄຟເຊີ ໃນດ້ານການບໍລິການ ປັດຈຸບັນເຫັນວ່າມີຄົນຈຳນວນຫຼາຍເຂົ້າມາຮັບການສັກຢາຢ່າງໜາແໜ້ນ ໂດຍສະເພາະຜູ້ມາສັກເຂັມທີ 1 ຂອງຮອບ 2 ໂດຍສະເລ່ຍມີປະມານ 900-1000 ຄົນຕໍ່ວັນ ສະນັ້ນ ພວກເຮົາຈຶ່ງໄດ້ເອົາໃຈໃສ່ຈັດສັນຄວາມເປັນລະບຽບ ເປັນຕົ້ນ ການເວັ້ນໄລຍະຫ່າງ ກຳນົດຄີວ ມີຈຸດໃຫ້ລົງທະບຽນ ແລະ ຈຸດເຂົ້າ-ອອກຢ່າງຄັກແນ່ ໂດຍໄດ້ແຕ່ງທີມພະຍາບານ ແລະ ຮ່ວມມືກັບທີມຂອງອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ ກຳມະບານ ແລະ ສະຫະພັນແມ່ຍິງຂອງໂຮງໝໍມິດຕະພາບເຂົ້າມາຊ່ວຍ ເພື່ອເຮັດໃຫ້ການສັກວັກຊີນມີລະບົບ ລະບຽບ ແລະ ຖືກຕ້ອງ.
ສໍາລັບການໃຫ້ບໍລິການສັກວັກຊີນໄຟເຊີ ໄດ້ເອົາໃຈໃສ່ການຄັດຕອງກຸ່ມເປົ້ໝາຍຢ່າງລະອຽດ ໂດຍສະເພາະແມ່ນຈະສັກໃຫ້ສະເພາະຜູ້ທີ່ອາສູງ 60 ປີຂຶ້ນໄປ ແລະ ຜູ້ທີ່ອາຍຸຕໍ່າກວ່າ 60 ປີລົງມາ ທີ່ຢູ່ໃນນິຍາມບົ່ງຊີ້ວ່າມີພະຍາດຊຳເຮື້ອ ຫຼື ຜູ້ມີນໍ້າໜັກເກີນ ທີ່ຜ່ານການຢັ້ງຢືນຈາກຄະນະແພດຢ່າງຄັກແນ່ ຈຶ່ງສາມາດເຂົ້າຮັບວັກຊີນດັ່ງກ່າວໄດ້.

ສ່ວນການບໍລິກາ ນພວກເຮົາຈະສືບຕໍ່ໃຫ້ບໍລິການໄປເລື້ອຍໆ ເຊິ່ງພາກເຊົ້າຈະເລີ່ມແຕ່ເວລາ 8:00-12:00 ໂມງ ພາກບ່າຍ 13:00 ໂມງເປັນຕົ້ນໄປ.
ໂອກາດນີ້ ຂໍຮຽກຮ້ອງໃຫ້ຜູ້ທີ່ມາຮັບວັກຊີນຈົ່ງມີສະຕິ ບໍ່ຄວນຖືເບົາ ແລະ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຫຼາຍຂຶ້ນ ເປັນຕົ້ນ ການເວັ້ນໄລຍະຫ່າງ ໃສ່ຜ້າອັດປາກ-ດັງ ແລະ ປະຕິບັດຕາມມາດຕະການແນະນຳຂອງທີມແພດຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນຄວາມສ່ຽງຈາການຕິດເຊື້ອພະຍາດໃນເວລາມາຮັບວັກຊີນຢູ່ຈຸດບໍລິການດັ່ງກ່າວໃຫ້ໜ້ອຍລົງ.
# ຂ່າວ & ພາບ: ລັດເວລາ