ສ້າງຄວາມເຂັ້ມແຂງໃຫ້ການຮ່ວມມືອາຊີ-ເອີຣົບ ໃນໂລກແຫ່ງການປ່ຽນແປງ

    ວັນທີ 22 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບສູງດ້ານນະໂຍບາຍ ໃນໂອກາດຄົບຮອບ 25 ປີ ອາເຊັມ ຜ່ານລະບົບທາງໄກ ໃນຫົວຂໍ້: “ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືອາຊີ-ເອີຣົບ ໃນໂລກແຫ່ງການປ່ຽນແປງ” ໂດຍມີບັນດາລັດຖະມົນຕີຕ່າງປະເທດອາເຊັມ ນັກວິທະຍາກອນ ແລະ ຜູ້ຊ່ຽວຊານຈາກບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນຕ່າງໆ ເຊັ່ນ: ສະຫະປະຊາຊາດ ເວທີເສດຖະກິດໂລກ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລກປ່ຽນແນວທາງນະໂຍບາຍ ແລະ ຄໍາຄິດເຫັນກ່ຽວກັບການຮ່ວມມືລະຫວ່າງສອງພາກພື້ນ ອາຊີ ແລະ ເອີຣົບ ໃນສະພາບທີ່ໂລກມີການປ່ຽນແປງຢ່າງໄວວາ ແລະ ສ້າງວິໄສທັດໃຫ້ແກ່ການຮ່ວມມື ອາຊີ-ເອີຣົບທີ່ເຂັ້ມແຂງໃນທົດສະວັດຕໍ່ໜ້າ ນອກນີ້ ໄດ້ປຶກສາຫາລືໃນຫຼາຍໆຫົວຂໍ້ສໍາຄັນໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ແລະ ການພັດທະນາແບບຍືນຍົງ.

    ໃນກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄໍາເຫັນໃນພາກເປີດກອງປະຊຸມ ໂດຍເນັ້ນໃສ່ການຮ່ວມມືລະຫວ່າງສອງພາກພື້ນອາຊີ-ເອີຣົບ ໃນໄລຍະຫຼາຍກວ່າ 2 ທົດສະວັດຜ່ານມາ ເຊິ່ງເຫັນວ່າ ຂອບການຮ່ວມມືດັ່ງກ່າວຍັງສືບຕໍ່ເປັນເວທີປຶກສາຫາລືທີ່ສໍາຄັນ ເພື່ອສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງພາກພື້ນ ບົນພື້ນຖານຄວາມເທົ່າທຽມກັນ ແລະ ມີຜົນປະໂຫຍດຮ່ວມກັນ ແລະ ໄດ້ຍົກໃຫ້ເຫັນຜົນສໍາເລັດຈາກບັນດາໂຄງການ ແລະ ກິດຈະກໍາຕ່າງໆຂອງກອງທຶນອາຊີ-ເອີຣົບ ທີ່ໄດ້ປະກອບສ່ວນເຂົ້າໃນຂອບການຮ່ວມມືອາເຊັມ ແລະ ການເພີ່ມທະວີການຮ່ວມມືໃນ 3 ເສົາຄໍ້າທາງດ້ານການເມືອງ-ຄວາມໝັ້ນຄົງ ເສດຖະກິດ ແລະ ການພັດທະນາແບບຍືນຍົງ ແລະ ວັດທະນະທໍາ-ສັງຄົມ. 

    ໃນໂອກາດນີ້ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາເຊັມ ທີ່ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນໃນການສະໜອງວັກຊິນຕ້ານໂຄວິດ-19 ໂດຍຜ່ານໂຄງການ COVAX ແລະ ກອງທຶນອາຊີ-ເອີຣົບ ສະໜອງອຸປະກອນການແພດ ແລະ ນໍາສົ່ງຊ່ຽວຊານເພື່ອມາຊ່ວຍຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ໄດ້ເນັ້ນເຖິງການສືບຕໍ່ສົງເສີມການຮ່ວມມືລະຫວ່າງຄູ່ຮ່ວມມືອາເຊັມ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຈອດແບບຍືນຍົງຂອງອາຊີ-ເອີຣົບ.

   # ຂ່າວ & ພາບ: ລັດເວລາ

error: Content is protected !!