ທ່ານ ຄໍາຫຼ້າ ແສງດາວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ທັງເປັນຫົວໜ້າໂຮງງານຂ້າສັດທັນສະໄໝດອນດູ່ ໄດ້ໃຫ້ສໍາພາດວັນທີ 21 ມິຖຸນາ 2021 ວ່າ: ການລະບາດຂອງພະຍາດໂຄວິດຢູ່ປະເທດເຮົາ ໂດຍສະເພາະຢູ່ ນວ ຄັ້ງນີ້ ທຸລະກິດຂອງບໍລິສັດໄດ້ຮັບຜົນກະທົບໜັກໜ່ວງພໍສົມຄວນ ເປັນຕົ້ນ ໄລຍະເດືອນພຶດສະພາຫາຕົ້ນເດືອນມິຖຸນາ 2021 ການຂ້າຄົວສັດຢູ່ໂຮງງານຂ້າສັດທັນສະໄໝດອນດູ່ຫຼຸດລົງຫຼາຍຄື: ໝູຈາກປົກກະຕິຜ່ານມາ 400 ກວ່າໂຕ ແລະ ງົວຄວາຍ 12-15 ໂຕຕໍ່ວັນ ແຕ່ການລະບາດຂອງພະຍາດໂຄວິດ ເຮັດໃຫ້ການຂ້າຄົວສັດຢູ່ໂຮງງານຫຼຸດລົງແຕ່ລະວັນ 100 ກວ່າໂຕ ສາເຫດເນື່ອງຈາກລູກຄ້າທີ່ຊື້ໄປຂາຍຢູ່ຕາມຕະຫຼາດ ແລະ ຮ້ານຄ້າຕ່າງໆໄດ້ຊື້ຫຼຸດຈຳນວນລົງຍ້ອນເຂົາເຈົ້າບໍ່ໄດ້ຂາ ຍໃນເວລານັ້ນ ປະຊາຊົນຫຼາຍຄົນບໍ່ອອກຈາກບ້ານ ແລະ ແມ່ຄ້າຂາຍຊີ້ນຢູ່ຕະຫຼາດບາງຄົນບໍ່ໄປຂາຍເຄື່ອງ ແລະ ອື່ນໆ ໃນໄລຍະນັ້ນ ການຂ້າຄົວໝູຢູ່ໂຮງງານຫຼຸດລົງຈາກ 400 ກວ່າໂຕລົງມາເປັນ 300 ໂຕຕໍ່ວັນ ແລະ ງົວ-ຄວາຍ 12-15 ໂຕມາເປັນ 7-8 ໂຕຕໍ່ວັນ.

ພາຍຫຼັງທີ່ີລັດຖະບານມີມາດຕະການໃໝ່ອອກມາ ມີຫຼາຍອັນຜ່ອນຜັນ ຈໍານວນຜູ້ຕິດເຊື້ອຫຼຸດລົງ ບັນດາຕະຫຼາດຮ້ານຄ້າໄດ້ເປີດໃຫ້ມີການຊື້ຂາຍ ຮ້ານອາຫານໄດ້ເປີດຂາຍ ເປີດໃຫ້ມີການໄປມາລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ທີ່ບໍ່ເປັນເຂດແດງ ປະຊາຊົນໄດ້ຮັບການສັກຢາວັກຊີນ ແລະ ອື່ນໆ ອັນໄດ້ເຮັດໃຫ້ສັງຄົມ ກໍຄືປະຊາຊົນມີຄວາມເຊື່ອໝັ້ນຕໍ່ການຄວບຄຸມພະຍາດໂຄວິດໄດ້ ດັ່ງນັ້ນນັ ບແຕ່ກາງເດືອນມິຖຸນາ 2021 ມາເຖິງປັດຈຸບັນ ຈໍານວນສັດທີ່ນໍາມາຂ້າຄົວເພີ່ມຂຶ້ນ ເຮັດທຸລະກິດບໍລິສັດຄ່ອຍໆດີຂຶ້ນ ແລະ ຄາດວ່າອີກບໍ່ດົນ ການຂ້າຄົວສັດຈະກັບເຂົ້າສູ່ປົກກະຕິ.

ເພື່ອສ້າງຄວາມສະດວກໃຫ້ຜູ້ບໍລິໂພກຊີ້ນ ແລະ ເຂົ້າສານ ບໍລິສັດຍັງໄດ້ເປີດຮ້ານຈໍາໜ່າຍຢູ່ສໍານັກງານບໍລິສັດ ຕັ້ງຢູ່ຖະໜົນສາມແສນໄທ ບ້ານສີຫອມ ເມືອງຈັນທະບູລີ ເປີດບໍລິການວັນຈັນຫາວັນສຸກ ເວລາ 8.00 ໂມງເຊົ້າ-17:00 ໂມງແລງ ແລະ ຢູ່ຕະຫຼາດບຶງທາດຫຼວງ ເມືອງໄຊເສດຖາເປີດທຸກວັນ.

# ຂ່າວ & ພາບ: ສົມສະຫວັນ