ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງວັນທີ 22 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 21 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.159 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 13 ກໍລະນີ ໃນນີ້ຢູ່ນະຄອນຫຼວງວຽງຈັນ (ນວ) 2 ກໍລະນີ ຈຳປາສັກ 9 ກໍລະນີ ສະຫວັນນະເຂດ 2 ກໍລະນີ ສຳລັບຢູ່ ນວ 2 ກໍລະນີເປັນກໍລະນີຕິດເຊື້ອໃນຊຸມຊົນ ໂດຍຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

ສຳລັບຜູ້ຕິດເຊື້ອຢູ່ ນວ ກໍລະນີທີ 1 ເພດຊາຍ ອາຍຸ 14 ປີ ອາຊີບນັກຮຽນ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ມີອາການໄອ ເຈັບຄໍ ເຈັບຫົວ ເຊິ່ງຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າຜ່ານມາ ໄດ້ເກັບຕົວຢ່າງໄປກວດວັນທີ 21 ມິຖຸນາ ຢູ່ໂຮງຮຽນ ມສ ສີໂຄດ ແລະ ຜົນກວດ ພົບວ່າພົບເຊື້ອໂຄວິດ-19 ກໍລະນີທີ 2 ເພດຍິງ ອາຍຸ 26 ປີ ອາຊີບພະນັກງານໂຮງງານ ບ້ານພະຂາວ ເມືອງໄຊທານີ ຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດສຳຜັດໃກ້ຊິດກັບຄົນຕິດເຊື້ອໃນຄອບຄົວຜ່ານມາ ໄດ້ໄປເກັບຕົວຢ່າງໃນວັນທີ 21 ມິຖຸນາ ທີ່ໂຮງໝໍມິດຕະພາບ ແລະ ພົບເຊື້ອໂຄວິດ-19.
# ຂ່າວ & ພາບ: ອົ່ນ ໄຟສົມທອງ