ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍຫຼາຍກວ່າ 400 ກໍລະນີ

    ປັດຈຸບັນນີ້ ຫຼາຍປະເທດໃນໂລກໄດ້ປະເຊີນໜ້າກັບການລະບາດຂອງພະຍາດເກີດໃໝ່ ແລະ ພະຍາດຕາມລະດູການຢ່າງໜັກໜ່ວງ ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19 ສະເພາະຢູ່ປະເທດລາວເຮົາ ການລະບາດຂອງພະຍາດໂຄວິດ-19 ຮອບສອງ ປັດຈຸບັນເຫັນວ່າຜູ້ຕິດເຊື້ອໄດ້ຫຼຸດລົງເລື້ອຍໆ ສ່ວນການລະບາດຂອງພະຍາດໄຂ້ຍຸງລາຍຍັງເກີດຂຶ້ນຢູ່ຫຼາຍແຂວງ ແຕ່ກໍບໍ່ທັນມີລາຍງານວ່າມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວເທື່ອ ທັງນີ້ ກໍຍ້ອນການເອົາໃຈໃສ່ຂອງລັດຖະບານ ຂະແໜງການກ່ຽວຂ້ອງ ອຳນາດການປົກຄອງທ້ອງຖິ່ນ ແລະ ຄວາມຕື່ນຕົວຂອງປະຊາຊົນ ໃນການປ້ອງກັນບໍ່ໃຫ້ຍຸງມາກັດ ໂດຍສະເພາະ ຂະບວນການທຳລາຍແຫຼ່ງເພາະພັນຍຸງລາຍ ປະຕິບັດ 5 ປ ຢ່າງເຂັ້ມງວດໄດ້ດີ.

     ອີງຕາມຂໍ້ມູນທີ່ສູນຂ່າວສານການແພດ ກະຊວງສາທາລະນະສຸກສົ່ງໃຫ້ວັນທີ 21 ມິຖຸນາ 2021 ໄດ້ຮູ້ວ່າ: ນັບແຕ່ວັນທີ 26 ທັນວາ 2020 ຫາວັນທີ 20 ມິຖຸນາ 2021 ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍທັງໝົດ 428 ກໍລະນີ ແລະ ມີບໍ່ມີຜູ້ເສຍຊີວິດ ໃນນີ້ ແຂວງອັດຕະປື 121 ກໍລະນີ ນະຄອນຫຼວງວຽງຈັນ 87 ກໍລະນີ ແຂວງສາລະວັນ 75 ກໍລະນີ ແຂວງອຸດົມໄຊ 29 ກໍລະນີ ແຂວງວຽງຈັນ 22 ກໍລະນີ ແຂວງຄຳມ່ວນ 21 ກໍລະນີ ແຂວງສະຫວັນນະເຂດ 7 ກໍລະນີ ແຂວງໄຊຍະບູລີ 5 ກໍລະນີ ແຂວງຜົ້ງສາລີ 4 ກໍລະນີ  ແຂວງບໍລິຄຳໄຊ 3 ກໍລະນີ ແຂວງຈຳປາສັກ 2 ກໍລະນີ ແຂວງໄຊສົມບູນ 1 ກໍລະນີ ແຂວງບໍ່ແກ້ວ 1 ກໍລະນີ ແຂວງຊຽງຂວາງ ແລະ ແຂວງຫົວພັນບໍ່ມີ.

                # ຂ່າວ & ພາບ:  ສົມສະຫວັນ

error: Content is protected !!