ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ກົມຄຸ້ມຄອງລະບົບຊຳລະສະສາງ (ຄລຊ) ທະນາຄານ ແຫ່ງ ສປປ ລາວ ຈັດຂຶ້ນວັນທີ 17 ມິຖຸນາ 2021 ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ມີທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ບັນດາຄະນະກົມ ຄະນະພະແນກ ແລະ ພະນັກງານກ່ຽວຂ້ອງຈາກທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ.


ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ເປັນການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ລະ ຫວ່າງ ສຕຟງ ແລະ ຄລຊ ໃນການຈັດຕັ້ງປະຕິບັດວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຂົງເຂດວຽກງານການເງິນ ການຄຸ້ມຄອງ ເເລະ ຕິດຕາມກວດກາລະບົບການຊຳລະຢູ່ລາວ ການຮັກສາຄວາມລັບ ແລະ ຄວາມຮັບຜິດຊອບໃນການຮ່ວມມືຂອງທັງສອງຝ່າຍໃຫ້ເປັນຂັ້ນຕອນ ຮູບປະທຳ ແລະ ແນໃສ່ການຊຳລະສະສາງໃນລະບົບທະນາຄານໃຫ້ມີຄວາມທັນສະໄໝ ມີຄວາມໂປ່ງໃສ ບໍ່ຕົກເປັນແຫຼ່ງ ຫຼື ເປັນເຄື່ອງມືໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມນີ້ຍັງເປັນການສ້າງກົນໄກການເຮັດວຽກຮ່ວມກັນລະຫວ່າງ 2 ກົມໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນສາມາດກໍານົດໄດ້ບັນດາຊ່ອງວ່າງທີ່ເກີດຂຶ້ນໃນແຕ່ລະໄລຍະ ແລະ ຫາວິທີທາງແກ້ໄຂໃຫ້ທັນສະພາບການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງທັງສອງຝ່າຍມີປະສິດທິພາບຍິ່ງຂຶ້ນ.

# ຂ່າວ & ພາບ: ສົມສະຫວັນ