ພິທີມອບ-ຮັບໃບຢັ້ງຢືນຈົບຫຼັກສູດອົບຮົມ ຂອງນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 12 ສົກປີ 2020-2021 ຈັດຂຶ້ນວັນທີ 18 ມິຖຸນາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ Dr. peter M. Haymond U.S Ambassador ອຸປະທູດສະຫະລັດອາເມຣິກາປະຈໍາ ສປປ ລາວ ທ່ານ Dr Mark Andrew JACOBS ຫົວໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.


ການຈັດເຝິກອົບຮົມຄັ້ງນີ້ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານສາທາລະນະສຸກ ໃນການພັດທະນາຄວາມອາດສາມາດທາງດ້ານລະບາດວິທະຍາ ໃຫ້ພະນັກງານຜູ້ທີ່ຮັບຜິດຊອບວຽກງານປ້ອງກັນ ແລະ ຄວບຄຸມພະຍາດແຕ່ສູນກາງລົງຮອດທ້ອງຖິ່ນ ໃນປັດຈຸບັນ ແມ່ນຮຸ່ນທີ 12 ເຊິ່ງມີນັກສຶກສາທີ່ຈົບໄປແລ້ວ ລວມທັງຮຸ່ນທີ່ກໍາລັງຈົບແມ່ນມີທັງໝົດ 94 ທ່ານ ຢູ່ຂັ້ນສູນກາງ 33 ທ່ານ ຂັ້ນແຂວງ 46 ທ່ານ ແລະ ຂັ້ນເມືອງ 15 ທ່ານ.

ນັກສຶກສາລະບາດວິທະຍາຜູ້ທີ່ຈົບໄປແລ້ວ ແມ່ນມີບົດບາດສໍາຄັນທີ່ສຸດ ຕໍ່ວຽກງານສາທາລະນະສຸກ ກໍຄືການປະກອບເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊັ່ນ: ການເຝົ້າລະວັງ ສອບສວນການລະບາດ ວິເຄາະຂໍ້ມູນ ແລະ ຕອບໂຕ້ຕໍ່ການລະບາດຢ່າງທັນການ.

# ຂ່າວ & ພາບ: ວຽງມາ