ອົບຮົມຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ສຳລັບຄູສອນຂັ້ນ ປ3

    ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ເປີດຊຸດເຝິກອົບຮົມຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ສຳລັບຄູສອນຂັ້ນ ປ3 ໃນວັນທີ 21 ມິຖຸນາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ນາງ ເຈນ ແຊນເລີ ຮອງເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ ມີທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງ ສສກ ຜ່ານທາງອອນລາ ຍພ້ອມດ້ວຍທ່ານຫົວໜ້າກົມ ຄະນະວິຊາການ ຕາງໜ້າຈາກ ສວສ ກົມສ້າງຄູ ກົມສາມັນ ສູນພັດທະນາຄູ ແລະ ຄູເຝິກຫຼັກແຫຼ່ງຈາກແຂວງ ນວ ເຂົ້າຮ່ວມ.

    ທ່ານ ນາງ ເຈນ ເຊນເຣີ ໄດ້ກ່າວວ່າ: ການກະກຽມກອງປະຊຸມເຝິກອົບຮົມບຳລຸງຄູ ໃນໄລຍະວິກິດການຂອງການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ມີຄວາມສຳຄັນຫຼາຍ ສະແດງຄວາມຊົມເຊີຍມາຍັງພະນັກງານກະຊວງ ສສກ ທີ່ມີສ່ວນຮ່ວມໃນການປັບປຸງຫຼັກສູດ ພ້ອມເຂົ້າຮ່ວມກິດຈະກຳຕ່າງໆຂອງການຈັດຕັ້ງກອງປະຊຸມເຝິກອົບຮົມ ລັດຖະບານອົດສະຕຣາລີມີຄວາມຍິນດີໄດ້ເປັນສ່ວນໜຶ່ງໃນການຮ່ວມມືກັບກະຊວງສຶກສາທິການ ແລະ ກີລາ ເພື່ອໃຫ້ການຊ່ວຍເດັກນ້ອຍໂຮງຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ໄດ້ຮຽນ ແລະ ຮັບຜົນສຳເລັດຫຼາຍຂຶ້ນ.

    ເຊັ່ນດຽວກັບປີທີ່ຜ່ານມາ ການຈັດຕັ້ງກອງປະຊຸມເຝິກອົບຮົມ ແມ່ນໄດ້ຖືກອອກແບບເພື່ອຮັບປະກັນ ແລະ ສົ່ງເສີມໃຫ້ມີການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ເປັນປີທີສອງຂອງການຈັດຕັ້ງກອງປະຊຸມເຝິກອົບຮົມ ສຳລັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໃນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການໃສ່ຜ້າອັດປາກ ການລ້າງມືດ້ວຍສະບູ ຫຼື ເຈ້ວລ້າງມືຢ່າງເປັນປົກກະຕິ ການລະບາຍອາກາດພາຍໃນຫ້ອງ ການຮັກສາໄລຍະຫ່າງທາງສັງຄົມ ແລະ ການສັກຢາປ້ອງກັນ ຜູ້ເຂົ້າຮ່ວມຈະໄດ້ຮັບການກວດວັດແທກອຸນຫະພູມທຸກໆວັນທີ່ເຂົ້າຮ່ວມກອງປະຊຸມ ລວມທັງຈະມີການກະກຽມການໃສ່ຜ້າປິດປາກ ປິດດັງ ເຈວ ຫຼື ສະບູລ້າງມື ແລະ ຜ້າເຊັດມື ໃຫ້ຜູ້ເຂົ້າຮ່ວມທຸກຄົນ.

    ທ່ານ ອ່ອນແກ້ວ ນັນນະວົງ ກ່າວວ່າ: ການຈັດກຽມແຜນເຝິກອົບຮົມນີ້ໄດ້ດີຫຼາຍ ການຈັດກອງປະຊຸມເຝິກອົບຮົມບຳລຸງຄູທີ່ມີຄຸນນະພາບ ແມ່ນສິ່ງສຳຄັນເພື່ອຂັບເຄື່ອນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ນີ້ໃຫ້ໄດ້ຮັບຜົນສຳເລັດ ການເຝິກອົບຮົມຄັ້ງນີ້ ເປັນການເລີ່ມຕົ້ນການເຝິກອົບຮົມໃຫ້ຄູສິດສອນຂັ້ນ ປ3 ທຸກຄົນ ເພື່ອພັດທະນາທັກສະທີ່ຈຳເປັນເຕັກນິກຕ່າງໆ ແລະ ຈັດຕັ້ງປະຕິບັດຕາມຄວາມຮູ້ຂອງພວກເຂົາ ເພື່ອນຳໃຊ້ເຂົ້າໃນສື່ອຸປະກອນການຮຽນ-ການສອນ ສຳລັບຫຼັກສູດຊັ້ນປະຖົມສຶກສາໃນຫ້ອງຮຽນ ເພື່ອປັບປຸງຜົນການຮຽນຂອງນັກຮຽນ ໂອກາດນີ້ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນໃນການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ນີ້.

​                           # ຂ່າວ & ພາບ:  ບຸນມີ

error: Content is protected !!