ພະອາຈານ ບຸນຍາດ ຄໍາພູ ສືບຕໍ່ແຈກຢາຍເຂົ້າສານ

    ວັນທີ 20 ມິຖູນາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ມອບເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ໃຫ້ກັບປະຊາຊົນບ້ານດົງສະຫວາດ ເມືອງສີສັດຕະນາກ ຈໍານນ 120 ຄອບຄົວທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19.

    ເຂົ້າສານ ແລະ ອາຫານແຫ້ງທີ່ນໍາມອບຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທ່ານ ສະຕານີ ນາງນິດສາ ນາງ ຄໍາພັດ ສິນໄຊ ທ່ານ ໝໍວິລະສັກ ນາງ ຕ້ອມ ນາງແກ້ວ ທ່ານ ສຸຂັນສັກ ນາງໂຄຕາມີ ພ້ອມດ້ວຍຄອບຄົວ ແລະ ລູກຫຼານ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!