ນວ ຕັ້ງເປົ້າສັກວັກຊິນໃຫ້ກວມ 80% ໃນປະຊາຊົນກຸ່ມເປົ້າໝາຍ

     ປັດຈຸບັນ ການສັກຢາວັກຊິນນະຄອນຫຼວງວຽງຈັນ (ນວ) ແມ່ນເປັນທີ່ຕ້ອງການຂອງພໍ່ແມ່ປະຊາຊົນເປັນຈຳນວນຫຼາຍ ເຮັດໃຫ້ຜ່ານມາ ບາງຈຸດໃຫ້ບໍລິການສັກວັກຊິນມີຄວາມແອອັດ ສັບສົນ ຍ້ອນມີຄວາມຕ້ອງການຂອງປະຊາຊົນຫຼາຍຂຶ້ນ ເພາະເນື່ອງຈາກວ່າຢູ່ ນວ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ດັ່ງນັ້ນ ເພື່ອໃຫ້ປະຊາຊົນກຸ່ມເປົ້ໝາຍໄດ້ຮັບວັກຊີນກັນຢ່າງທົ່ວເຖິງ ນວ ຈຶ່ງມີແຜນສືບຕໍ່ສັກວັກຊິນໃຫ້ປະຊາຊົນໃນ ນວ ເປັນແຕ່ລະໄລຍະ ໂດຍຕັ້ງເປົ້າໝາຍການສັກວັກຊີນໄວ້ເປັນຢ່າງຕໍ່າໃຫ້ໄດ້ກວມ 80% ​ຂອງປະຊາຊົນກຸ່ມເປົ້າໝາຍທີ່ມີອາຍຸແຕ່ 18-60 ຂຶ້ນໄປໃຫ້ສຳເລັດຕາມເປົ້າໝາຍ.

       ທ່ານ ​ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຜ່ານລາຍການຮອບເມືອງ ເລື່ອງໂຄວິດ-19 ທີ່ໂທລະພາບແຫ່ງຊາດລາວ ວັນທີ 18 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊິນປ້ອງກັນ ພະຍາດໂຄວິດ-19 ໃນ ນວ ວ່າ: ການຈັດຕັ້ງປະຕິບັດສັກວັກຊິນຮອບທີ 2 ເຂັມທີ 1 ແມ່ນໄດ້ເລີ່ມແຕ່ວັນທີ 15-25 ມິຖຸນາ 2021  ເຊິ່ງ ນວ ໄດ້ມີແຜນສັກໃຫ້ພໍ່ແມ່ປະຊາຊົນເປັນແຕ່ລະໄລຍະໃຫ້ກຳນົດ ປັດຈຸບັນຢູ່ ນວ ແມ່ນມີການວັກຊິນ 3 ຊະນິດຄື: ຊີໂນຟາມ (Sinopharm)​ ແອັສຕາຊີເນກາ (​AstraZeneca)​ ແລະ ວັກຊີນໄຟເຊີ (Pfizer) ໃນນັ້ນ ວັກຊິນ PfiZer ເປັນວັກຊີນທີ່ພໍ່ແມ່ປະ ຊາຊົນໃຫ້ຄວາມສົນໃຈຢາກສັກຢາຊະນິດນີ້ເປັນຈຳນວນຫຼາຍ ເຮັດໃຫ້ເກີດມີບາງຈຸດ ໃຫ້ບໍລິການຢູ່ໃນນະຄອນຫຼວງວຽງຈັນແອອັດ ສັບສົນຄືນຜ່ານມາ ແລະ ເກີດມີຫາງສຽງທີ່ບໍ່ດີໃນສັງຄົມ ເພາະວ່າ​ຢາຊະນິດນີ້ແມ່ນສັກໃຫ້ສະເພາະກຸ່ມຄົນອາຍຸສູງ ​60 ປີຂຶ້ນໄປ ແລະ ຜູ້ມີພະຍາດຊ້ຳເຮື້ອ​.                      

      ສຳລັບການກະກຽມຈັດຕັ້ງປະຕິບັດການໃຫ້ວັກຊິນປ້ອງກັນໂຄວິດ-19 ໃນເບື້ອງຕົ້ນໄດ້ມີແຈ້ງການລົງຫາບ້ານເພື່ອຂຶ້ນບັນຊີກຸ່ມ ເປົ້າໝາຍດັ່ງກ່າວ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການ ແລະ ມີການຈັດສັນໃຫ້ໄປຕາມຈຸດທີ່ທາງພະແນກສາທາລະນະ ສຸກກຳນົດໄວ້ ເຊິ່ງໃນ ນວ ມີຈຸດໃຫ້ບໍລິການວັກຊິນ 24 ຈຸດ ໃນ 9 ຕົວເມືອງ ແລະ ມີຄວາມພ້ອມໃນດ້ານຕ່າງໆໃນການການສະໜອງ ໃຫ້ຢາວັກຊິນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ນວ ສັກໄປແລ້ວເຂັມທີ 1 ໄດ້ 260.​000 ​ຄົນ ໂດຍມີແຜນຕັ້ງເປົ້າໝາຍໄວ້ໃຫ້ກວມ 80% ເປັນຢ່າງຕ່ຳຂອງປະຊາຊົນ​ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ໃຫ້ໄດ້ 600.000 ກວ່າໂດສ ແລະ ຖ້າຫາກສັກວັກຊິນ Sinopharm ແລະ PfiZer ຮອບນີ້ສຳເລັດ ຈະໄດ້ເພີ່ມອີກ 53.000 ຄົນໃນ ນວ ພ້ອມນັ້ນ ຍັງມີແຜນສັກວັກຊິນຊີໂນຟາມຕໍ່ຈາກໄລຍະກ່ອນ ສືບຕໍ່ ສັກໄປເລື້ອຍໆ ຖ້າຫາກສັກໄດ້ໝົດທັງວັກຊິນ Astrazeneca ຈະໄດ້ຢູ່ 500.000 ຄົນ.

        ສະນັ້ນ ຮຽກຮ້ອງໃຫ້ແຕ່ລະຄົນຮີບຮ້ອນຈົ່ງຕື່ນຕົວກັນໄປສັກຢາ ວັກຊິນປ້ອງກັນພະຍາດ ໂຄວິດ-19 ຕາມແຕ່ລະຈຸດທີ່ກຳນົດໄວ້ ທ່ານໄດ້ຮັບການສັກຢາຄົບ 2 ເຂັມເທົ່ານັ້ນ ຈຶ່ງສາມາດມີພູມຄຸ້ມກັນ ແລະ ມີຄວາມປອດໄພຈາກການຕິດເຊື້ອພະຍາດໂຄວິດ-19.​        ສຳລັບຜູ້ທີ່ໄປຮັບວັກຊີນ ແນະນໍາໃຫ້ເວັ້ນໄລຍະຫ່າງ ຖ້າຫາກຈຸດບໍລິການໃຫ້ວັກຊິນມີຄົນແອອັດ ແລະ ສັບສົນຫຼາຍ ໃຫ້ຫຼີກລ່ຽງ ແລະ ຖ້າບໍ່ຈຳເປັນ ບໍ່ຄວນອອກຈາກເຮືອນ ຖ້າອອກໄປກໍຕ້ອງປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຂອງຂັ້ນເທິງຢ່າງເຂັ້ມງວດ.

​                           # ຂ່າວ & ພາບ:  ລັດເວລາ

error: Content is protected !!