ມື້ນີ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ

    ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນທີ 21 ມິຖຸນາ 2021 ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ໃນທົ່ວໂລກ  ແລະ ຢູ່ ສປປ ລາວ  ປັດຈຸບັນ  ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 179.238.375 ຄົນ ເສຍຊີວິດສະສົມ 3.881.421 ຄົນ ແລະ ປີ່ນປົວຫາຍດີ 163.793.112 ຄົນ ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

    ໃນວັນທີ 20 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 911 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ແມ່ນແຮງງານລາວທີ່ກັບຄືນຈາກປະເທດໄທຖືກຕ້ອງຕາມກົດໝາຍ ເຊິ່ງໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນແຂວງສະຫວັນນະເຂດ ພາຍຫຼັງໄດ້ຜົນກວດພົບເຊື້ອ ປັດຈຸບັນ ໄດ້ນຳຜູ້ກ່ຽວໄປປິ່ນປົວຢູ່ໂຮງໝໍແລ້ວ ປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2.054 ຄົນ ເສຍຊີວິດ 3 ຄົນ ປີ່ນປົວຫາຍດີທັງໝົດ 1.946 ຄົນ (ໃໝ່ 4) ແລະ ກໍາລັງປິ່ນປົວ 103 ຄົນ ສຳລັບບ້ານແດງຢູ່ໃນນະຄອນຫຼວງວຽງຈັນ ມີທັງໝົດ 15 ບ້ານ ໃນ 5 ເມືອງຄື: ເມືອງຈັນທະບູລີ ສີສັດຕະນາກ ໄຊເສດຖາ ໄຊທານີ ແລະ ເມືອງສີໂຄດຕະບອງ ປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 1.952 ຄົນ ເສຍຊີວິດ 3 ຄົນ ປີ່ນປົວຫາຍດີທັງໝົດ 1.946 ຄົນ (ໃໝ່ 4) ແລະ ກໍາລັງປິ່ນປົວ 103 ຄົນ.

    ມາຮອດປັດຈຸບັນ ເຫັນວ່າຕົວເລກການລາຍງານຈຳນວນຜູ້ຕິດເຊື້ອໃໝ່ຈາກບັນດາແຂວງ ລວມທັງນະ ຄອນຫຼວງ ແມ່ນມີທ່າອ່ຽງຫຼຸດລົງ ນັ້ນກໍແມ່ນຍ້ອນຄວາມເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດຈາກລັດຖະບານ ກໍຄືຄະນະສະເພາະກິດໃນແຕ່ລະຂັ້ນ ເຊິ່ງໄດ້ມີການວາງມາດຕະການຄວບຄຸມສະກັດກັ້ນ ແລະ ແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ/ຮັດກຸມ ແລະ ສອດຄ່ອງກັບສະພາບການລະບາດຂອງພະຍາດໃນແຕ່ລະໄລຍະ/ໃນແຕ່ລະແຂວງ ອີກດ້ານໜຶ່ງ ກໍແມ່ນບັນດາພໍ່ແມ່ປະຊາຊົນ ການຈັດຕັ້ງທຸກຂັ້ນ ທຸກພາກສ່ວນ ລວມທັງພາກລັດ ພາກທຸລະກິດ ແລະ ສັງຄົມ ໄດ້ໃຫ້ການຮ່ວມມື ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຕາມໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ທ່າອ່ຽງຂອງການລະບາດພະຍາດຄ່ອຍໆຫຼຸດລົງ.

​                           # ຂ່າວ & ພາບ:  ຊິລິການດາ

error: Content is protected !!