ໂຮງຮຽນກ້າວໜ້າກຽມຄວາມພ້ອມຮອບດ້ານໃນການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7

    ທ່ານ ບຸນໄຫວ ຫຼວງລາດ ຜູ້ປະກອບການ ຜູ້ອຳນວຍການໂຮງຮຽນກ້າວໜ້າ ໃຫ້ສຳພາດເມືອງບໍ່ດົນ ຜ່ານມາວ່າ: ເນື່ອງຈາກການລະບາດຂອງພະຍາດ covid-19 ເຮັດໃຫ້ຕ້ອງປິດການຮຽນຮອບສອງ ໄດ້ເຮັດໃຫ້ການຮຽນ-ການສອນ ຕ້ອງໄດ້ຢຸດພັກຕັ້ງແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ເຮັດໃຫ້ໂຮງຮຽນ ທົ່ວນະຄອນຫຼວງວຽງຈັນ (ນວ) ໄດ້ປິດການຮຽນຊົ່ວຄາວ ແລະ ພ້ອມກັນຫັນມາຮຽນຜ່ານທາງອອນລາຍ ເຊິ່ງໄລຍະຂອງການປິດຮຽນຊົ່ວຄາວ ທາງໂຮງຮຽນໄດ້ຈັດຕັ້ງການຮຽນ-ການສອນທາງອອນລາຍໂດຍຜ່ານຫຼາຍຊ່ອງທາງ ເຊັ່ນ: Whatapp messenger zoom google meet messenger room ແລະ ຕິດຕາມການຮຽນ-ການສອນແຕ່ລະວິຊາຮຽນຜ່ານທາງວອດແອບ ສະເພາະນັກຮຽນໃນຊັ້ນ ປ5 ມ4 ແລະ ມ7 ເຊິ່ງເປັນປີສຸດທ້າຍ ໄດ້ເອົາໃຈໃສ່ເປັນພິເສດ ເພາະຈະຕ້ອງກຽມຕົວໃນການສອບ ເສັງຈົບຊັ້ນ ໄດ້ໃຫ້ຄຳຖາມຄົ້ນຄວ້າ ເພື່ອຄົ້ນຄວ້າຢູ່ເຮືອນ.

    ເພື່ອກຽມຄວາມພ້ອມຮອບດ້ານໃຫ້ແກ່ບັ້ນສອບເສັງຈົບຊັ້ນ ເລື່ອນຂັ້ນໃນສົກຮຽນນີ້ ນອກຈາກຈະສຸມ ໃສ່ໜ້າທີ່ວຽກງານວິຊາສະເພາະແລ້ວ ຍັງໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ເປັນຕົ້ນການເຮັດອະນາໄມອາຄານສະຖານທີ່ ຫ້ອງຮຽນ ບໍລິເວນຂອບເຂດພາຍໃນໂຮງຮຽນ ມີການພົ່ນຢາຂ້າເຊື້ອ ແນະນຳພະນັກງານຄູ-ອາຈານທຸກທ່ານໄປສັກຢາວັກຊິນ ຄົບຕາມຈຳນວນ 2 ເຂັມ ພ້ອມກັບການແນະນຳນັກຮຽນ ແລະ ຜູ້ປົກຄອງນັກຮຽນ ໃສ່ຜ້າປິດປາກ-ປິດດັງ ເຈວລ້າງມືເປັນປະຈໍາ ສາມາດຮັບປະກັນ 100%.

    ສຳລັບຊັ້ນ ປ5 ໃນສົກຮຽນນີ້ ມີນັກຮຽນທັງໝົດ 65 ຄົນ ຍິງ 37 ຄົນ ຊັ້ນ ມ4 ມີນັກຮຽນທັງໝົດ 76 ຄົນ ຍິງ 33 ຄົນ ມ7 ມີນັກຮຽນທັງໝົດ 61 ຄົນ ຍິງ 31 ຄົນ ການສອບເສັງຊັ້ນ ປ5 ແລະ ມ4 ແມ່ນພະແນກສຶກສາທິການ ແລະ ກີລາ ເປັນຜູ້ກຳນົດຫົວບົດສອບເສັງ ສ່ວນຊັ້ນ ມ7 ແມ່ນ ກະຊວງສຶກາທິການ ແລະ ກີລາ ຈະເປັນຜູ້ຮັບຜິດຊອບເອກະພາບກັນໃນທົ່ວປະເທດ ເຊິ່ງຈະມີຂຶ້ນ ໃນທ້າຍເດືອນກໍລະ ກົດ 2021 ທີ່ຈະເຖິງນີ້.

​                              # ຂ່າວ & ພາບ:  ບຸນມີ

error: Content is protected !!