ຕາມການລາຍງານຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ ປັດຈຸບັນທົ່ວ ນວ ມີງົວ 88.594 ໂຕ ຕິດເຊື້ອ 2.129 ໂຕ ຫຼື 2,4% ຄວາຍ 14.826 ໂຕ (ບໍ່ຕິດເຊື້ອ) ມີຟາມ 102 ຟາມ ມີງົວ 6.057 ໂຕ ລ້ຽງແບບຄອບຄົວ 82.537 ໂຕ ມີທົ່ງຫຍ້າ 1.348,8 ເຮັກຕາ ຄັງຫຍ້າລ້ຽງງົວ-ຄວຍ 12.203,8 ເຮັກຕາ.

ເພື່ອເຮັດໃຫ້ອັດຕາການເຕີບໂຕຂອງຝຸງສັດໃຫຍ່ເພີ່ມຂຶ້ນປະມານ 3% ຕໍ່ປີ ດ້ວຍການເປີດກວ້າງການລົງທຶນພັດທະນາພັນງົວຊີ້ນຍີ່ຫໍ້ວຽງຈັນ ການພັດທະນາທົ່ງຫຍ້າ ອຸດສາຫະກຳອາຫານສັດ ການພັດທະນາຟາມແບບຄົບວົງຈອນ ແລະ ການປັບປຸງການລ້ຽງແບບຄອບຄົວ ໄປສູ່ການລ້ຽງເປັນສິນຄ້າແບບເປັນກຸ່ມ ຫຼື ເປັນສະຫະກອນຕິດພັນກັບຕະຫຼາດຕົວເມືອງໃຫ້ຂະຫຍາຍຕົວຢ່າງແຂງແຮງ.


ສະນັ້ນ ຈິ່ງໄດ້ກຳນົດບັນດາໜ້າວຽກຈຸດສຸມຈຳນວນໜຶ່ງທີ່ຕ້ອງເອົາໃຈໃສ່ເຊັ່ນ: ສົ່ງເສີມການລ້ຽງແບບເປັນກຸ່ມກ້າວໄປສູ່ການສ້າງສະຫະກອນລ້ຽງສັດໃຫຍ່ ປັດຈຸບັນ ສ້າງສຳເລັດ 2 ກຸ່ມ (ສັງທອງ ໄຊທານີ) 1 ສະມາຄົມລ້ຽງງົວ ນ.ວ ສ້າງຟາມຕົວແບບລ້ຽງງົວຄົບວົງຈອນ ຮ່ວມມືກັບກົມລ້ຽງສັດ ແລະ ການປະມົງ (ໂຄງການຮ່ວມມືກັບນູແວນເຊລັງ) ປະຕິບັດຢູ່ 4 ເມືອງຄື ສັງທອງ ນາຊາຍທອງ ໄຊທານີ ແລະ ປາກງື່ມ ປັບປຸງພັນງົວຊີ້ນຍີ່ຫໍ້ວຽງຈັນຮ່ວມມືກັບນະຄອນໂຮ່ຈີມິງ ເອົາງົວພັນຊີ້ນມາລ້ຽງ ແລະ ສົ່ງເສີມການປະສົມພັນທຽມ ນຳໃຊ້ນໍ້າເຊື້ອຈາກນະຄອນໂຮ່ຈີມິງ 3.000 ໂດສ໌ ຜ່ານມາ ປະສົມພັນທຽມທັງໝົດ 423 ແມ່ ເກີດໄດ້ງົວລູກຊອດ 380 ໂຕ ປີ 2020 ປະສົມ 228 ແມ່ ໄດ້ງົວລູກຊອດແລ້ວ 119 ກ່ວາໂຕ ຕົ້ນປີ 2021 ປະສົມພັນທຽມແລ້ວ 43 ແມ່ ແລະ ສືບຕໍ່ຊອກຫາແມ່ພັນເຂົ້າໂຄງການຕາມການສະເໜີຊາວກະສິກອນ ແລະ ຟາມ ກວດກາ ແລະ ປັບປຸງມາດຕະຖານຟາມໃຫ້ປະຕິບັດມາດຕະການຄວາມປອດໄພທາງຊີວະວິທະຍາ Biosafety ຢ່າງເຂັ້ມງວດ ຄົ້ນຄວ້າສ້າງເຂດປອດພະຍາດສັດ ແລະ ດຳເນີນການປ້ອງກັນພະຍາດຕາມລະດູການ ປັບປຸງສ້າງຄວາມເຂັ້ມແຂງໃຫ້ສັດຕະວະແພດ ຂັ້ນເມືອງ ແລະ ສັດຕະວະແວດບ້ານ ເຂດລະບາດໃຫ້ເຂັ້ມແຂງເພື່ອລ້າງພະຍາດໃຫ້ໝົດໄປ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ