ທ່ານ Bob Cai ຫົວໜ້າຝ່າຍການຕະຫຼາດຂອງຫົວເຫວີຍ ກ່າວໃນກອງປະຊຸມສຸດຍອດຂອງຫົວເຫວີຍ ສຳລັບ 5G+AR ຫົວຂໍ້ 5G+AR ປ່ຽນຄວາມຝັນໃຫ້ເປັນຈິງ ກັບການທີ່ 5G ກ້າວເຂົ້າສູ່ຍຸກ AR ແລະ AR ຈະເຮັດໃຫ້ 5G ເປັ່ງປະກາຍ ພ້ອມທັງໄດ້ເຜີຍແຜ່ເອກະສານປົກຂາວກ່ຽວກັບຄວາມເຂົ້າໃຈ AR ແລະ ການປະຕິບັດນຳໃຊ້ ເຊິ່ງສະເໜີຄວາມເຂົ້າໃຈກ່ຽວກັບອຸດສາຫະກຳ AR ໃນມຸມຂອງອຸປະກອນການປະຕິບັດນຳໃຊ້ ແລະ ເຄືອຂ່າຍ ນອກນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ອຸດສາຫະກຳທັງໝົດເຮັດວຽກຮ່ວມກັນ ເພື່ອສ້າງລະບົບນິເວດ 5G+AR ທີ່ຈະເລີນຮຸ່ງເຮືອງ.

AR ສ້າງພົມແດນໃໝ່ໃນການສຶກສາເຄືອຂ່າຍທາງສັງຄົມ ການຄ້າ ການທ່ອງທ່ຽວ ແລະ ການຫຼິ້ນເກມ ຂໍ້ມູນຂອງຫົວເຫວີຍ ແລະ ບຸກຄົນທີ່ສາມ ຄາດຄະເນວ່າຕະຫຼາດ AR ຈະມີມູນຄ່າເຖິງ 300 ຕື້ໂດລາສະຫະລັດ ພາຍໃນປີ 2025 AR ສາມາດເຮັດໃຫ້ໂລກທາງກາຍະພາບ ແລະ ດີຈີຕອນ ມີການປ່ຽນແປງຢ່າງແທ້ຈິງ ເຮັດໃຫ້ຄວາມຝັນກາຍເປັນຈິງໃນອtນາຄົດ ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ລູກຄ້າທົ່ວໂລກຈຶ່ງບໍ່ສາມາດມາຢ້ຽມຢາມບໍລິສັດຫົວເຫວີຍດ້ວຍຕົນເອງ ຫົວເຫວີຍຈຶ່ງນຳໃຊ້ AR ເພື່ອສະແດງຜະລິດຕະພັນ ແລະ ວິທີແກ້ໄຂຊັ້ນແນວໜ້າຜ່ານອິນເຕີເນັດ ເຮັດໃຫ້ການສື່ສານມີປະສິດທິຜົນຫຼາຍຂຶ້ນ ພ້ອມທັງໃຊ້ AR ເພື່ອສົ່ງມອບສະຖານີ 5G ໃຫ້ໄດ້ຢ່າງວ່ອງໄວ ເພີ່ມປະສິດທິຜົນໃນການຈັດສົ່ງທີ່ດີຂຶ້ນ Air Photo ຂອງຫົວເຫວີຍໃຊ້ສູດການຄິດໄລ່ທີ່ເປັນເອກະລັກໃນການປ່ຽນແປງຮູບ 2D ເປັນຮູບແບບ 3D ດີຈີຕອນ ປັບປຸງແບບຈໍາລອງໂຕແບບ AR 3D ໄດ້ງ່າຍດາຍ ພ້ອມນີ້ ທ່ານ Bob Cai ຍັງໄດ້ແນະນຳ Huawei AR Engine ເຊິ່ງເປັນຖານການພັດທະນາ AR ທີ່ເນັ້ນໄປສູ່ອຸປະກອນແບບພົກພາ Huawei AR Engine ນັກພັດທະນາຕ້ອງຂຽນພຽງໂຄ໋ດ 10 ບັນທັດແຖວ ເພື່ອສ້າງຜົນຮັບຂອງ AR ເພີ່ມປະສິດທິຜົນໃນການພັດທະນາການນຳໃຊ້ AR ຖ້າທ່ານຕ້ອງການໄປໄວ ຕ້ອງໄປຄົນດຽວ ຖ້າທ່ານຢາກໄປໄກ ຕ້ອງໄປພ້ອມກັນ ການພັດທະນາ AR ຕ້ອງການໃຫ້ຫຼາຍອຸດສາຫະກຳເຮັດວຽກຮ່ວມກັນ ແລະ ສ້າງຄຸນຄ່າ 5G+AR ທີ່ຈະເລີນຮຸ່ງເຮືອງ ສອງຢ່າງນີ້ ລວມໂຕກັນໃນເວລາທີ່ເໝາະສົມ ກັບການທີ່ 5G ເຂົ້າສູ່ຍຸກ AR ແລະ AR ຈະເຮັດໃຫ້ 5G ເປັ່ງປະກາຍ.

ທ່ານ He Chengjian ຜູ້ອຳນວຍການສຳນັກງານຄຸ້ມຄອງການສື່ສານເຊິນເຈີ້ນ ກ່າວວ່າ: ເມືອງເຊິນເຈີ້ນ ແມ່ນເມືອງທຳອິດໃນໂລກ ທີ່ມີການຄຸ້ມຄອງ 5G SA ຢ່າງເຕັມຮູບແບບ ບໍລິການ ICT ທີ່ຕາງໜ້າໂດຍ AR ສາມາດນຳໄປໃຊ້ໃນຫຼາຍອຸດສາຫະກຳ ລວມທັງການຜະລິດອຸດສາຫະກຳ ການຄ້າທາງເອເລັກໂຕຣນິກ ອະສັງຫາລິມະຊັບ ເຄື່ອງຕົບແຕ່ງເຮືອນ ວັດທະນະທຳ ກີລາ ການທ່ອງທ່ຽວ ສາທາລະນະສຸກ ແລະ ການສຶກສາ ການນຳໃຊ້ AR ໄດ້ກາຍເປັນກົນໄກທີ່ສໍາຄັນສໍາລັບການປ່ຽນແປງທາງດີຈີຕອນ ແລະ ການປ່ຽນວິທີການຜະລິດ ແລະ ວິທີການດໍາລົງຊີວິດຂອງພວກເຮົາຢ່າງເລິກເຊິ່ງ.

ນອກນີ້ ທ່ານ He Chengjian ທ່ານ David MacQueen ຜູ້ອຳນວຍການບໍລິຫານບໍລິສັດ Strategy Analytics ທ່ານ Huang He ຫົວໜ້າຜູ້ຜະລິດສະຖານີໂທລະພາບເຊິນເຈີ້ນ ທ່ານ Wei Rongjie ຜູ້ບໍລິຫານຂອງ RealMax ທ່ານ Hiroshi Fukuda ຜູ້ບໍລິຫານຂອງ meleap ທ່ານ Liang Jinhao ຜູ້ຕາງໜ້າເຂດຈີນ HADO ແລະ ທ່ານ Fu Jie ຜູ້ອຳນວຍການບໍລິຫານຂອງສະມາຄົມເຊິນເຈີ້ນ AR ຍັງໄດ້ໄດ້ແບ່ງປັນກໍລະນີການນໍາໃຊ້ AR ຫຼ້າສຸດ ແລະ ຄວາມຄິດຂອງພວກເຂົາກ່ຽວກັບທ່າອຽງໃນອະນາຄົດຂອງ AR ອີກດ້ວຍ.
# ຂ່າວ – ພາບ: ສະບາໄພ