ນະຄອນຫຼວງ​ເກັບ​ລາຍ​ຮັບ​ໄດ້​ເກືອ​ບ 2 ພັນ​ຕື້​ກີບ

   ອີງຕາມຂໍ້ມູນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວຽກຈຸດສຸມ 6 ເດືອນທ້າຍປີ 2021 ທີ່ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ (ນວ) ລາຍງານຢູ່ໃນກອງປະຊຸມອົງການປົກຄອງ ນວ ຄັ້ງທີ 2 ຈັດຂຶ້ນວັນທີ 18 ມິຖຸນາ 2021 ວ່າ: ຄາດໝາຍການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປີ 2021  ຂອງ  ນວ  ຈະ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ 5,38% (​ແຜນການ​ວາງ​ໄວ້ 6,5%) ຈະ​ມີ​ມູນ​ຄ່າ​ໃນ​ປີ​ປະມານ 56.039,92 ຕື້​ກີບ (​ແຜນການ​ວາງ​ໄວ້ 59.270 ຕື້​ກີບ) ສະ​ເລ່ຍຕໍ່​ຫົວ​ຄົນ​ຈະ​ບັນລຸ​ໄດ້ 6.170,09 ​ໂດ​ລາ​ສະຫະລັດ (​ແຜນການ​ວາງ​ໄວ້ 6.610 ​ໂດ​ລາ) ​ໃນ​ນັ້ນ​ຂະ​ແໜງ​ກະສິກຳ-ປ່າ​ໄມ້ ຂະຫຍາຍ​ໃນ​ລະດັບ 3,63% ກວມ​ເອົາ 14,46% ຂອງ GDP ຂະ​ແໜງ​ອຸດສາຫະກຳ ​ແລະ ກໍ່ສ້າງ ຂະຫຍາຍຕົວ​ໃນ​ລະດັບ 6,41% ກວມ​ເອົາ 49,57% ຂອງ  GDP ​ຂະ​ແໜງ​ບໍລິການ ​ແລະ ການ​ຄ້າ​ຂະຫຍາຍຕົວ​ໃນ​ລະດັບ 4,72% ກວມ​ເອົາ 35,97% ຂອງ GDP.

    ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ​ເຖິງ​ວ່າການ​ຈັດ​ຕັ້ງ​ປະຕິບັດ​ປີ 2021 ຈະ​ພົບ​ຫຼາຍ​ສິ່ງ​ທ້າ​ທາຍ​ໃນ​ຫຼາຍ​ດ້ານ ​ແຕ່​ການ​ນຳ ນວ ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຄົ້ນຄວ້າ​ບັນດາ​ນະ​ໂຍບາຍ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ​ເພື່ອ​ກະ​ຕຸ້ນ​ການຈັດ​ເກັບ​ລາຍ​ຮັບ ​ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ເຊິ່ງສະ​ແດງ​ອອກ​ໃນ 6 ​ເດືອນ​ຕົ້ນ​ປີ 2021 ​ຄື: ຕົວ​ເລກ​ການ​​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ (ທ້ອງ​ຖິ່ນ ​ແລະ ສູນ​ກາງ) ທີ່​ລັດຖະບານ​ມອບ​ໃຫ້ ນວ ຜ່ານ​ການ​ຈັດ​ຕັ້ງ​ປະຕິບັດ​ເຫັນ​ວ່າ​ສາມາດ​ປະຕິບັດ​ໄດ້ 1.976,5 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 5.094,87 ຕື້​ກີບ ​ເທົ່າ​ກັບ 36,9% ​ໃນ​ນັ້ນ:ລາຍ​ຮັບ​ຂອງ​ທ້ອງ​ຖິ່ນ​ປະຕິບັດ​ໄດ້ 488,6 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 1.976,5 ຕືກີບ ​ເທົ່າ​ກັບ 35,02% ​ໃນ​ນີ້ ​ລາຍ​ຮັບ​ພາສີ-​ອາກອນ 467,3 ຕື້ກີບ ​ແລະ ລາຍ​ຮັບ​ບໍ່​ແມ່ນ​ພາສີ-ສ່ວຍສາອາກອນ 21,3 ຕື້ກີບ ລາຍ​ຮັບ​ພູດ​ສູນ​ກາງ​ປະຕິບັດ​ໄດ້ 1.487,9 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 3.700 ຕື້​ກີບ ​ເທົ່າ​ກັບ 38,35% ​ໃນ​ນີ້​ລາຍຮັບ​ພາສີ-​ສ່ວຍ​ສາ​ອາກອນ 1.487,9 ຕື້​ກີບ ດ້ານ​ລາຍ​ຈ່າຍ​ 6 ​ເດືອນ​ຕົ້ນ​ປີ 2021 ປະຕິບັດ​ໄດ້ 195,58 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 509,08 ຕື້​ກີບ ​ເທົ່າ​ກັບ 38,41% ​ໃນ​ນັ້ນ​ເງິນ​ບໍລິຫານ​ຂອງ​ລັດ 9,56 ຕື້​ກີບ ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ 166 ຕື້​ກີບ ​ເງິນ​ບໍລິຫານ ດັດສົມ-ສົ່ງ​ເສີມ ຊື້​ໃໝ່ ​ເງິນ​ແຮ ​ແລະ ອື່ນໆ 1,74 ຕື້​ກີບ ລາຍ​ຈ່າຍ​ການ​ລົງ​ທຶນຂອງ​ລັດ 18,28 ຕື້​ກີບ ດຸ່ນດ່ຽງ​ໃຫ້​ສູນ​ກາງ 293,02 ຕື້​ກີບ ທຽບ​ໃສ່​ແຜນການ​ປີ 840,92 ຕື້​ກີບ ​ເທົ່າ​ກັບ 34,84%.

     # ຂ່າວ-ພາບ: ສົມສະຫວັນ

error: Content is protected !!