ວັນທີ 16 ມິຖຸນາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ (JDB) ໄດ້ມີພິທີເປີດການຂາຍຜະລິດຕະພັນໃໝ່ ປະກັນໄພໂຄວິດ-19 2IN 1 ມີທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ທ່ານ ສຸລິຍາ ພົວສີສຸວັນ ຫົວໜ້າພະແນກການຕະຫຼາດ ບໍລິສັດ ວຽງຈັນປະກັນໄພ ພ້ອມດ້ວຍຄະນະ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດ ວຽງຈັນປະກັນໄພ (VTI) ແມ່ນໃນກຸ່ມບໍລິສັດສີເມືອງກຣຸບ ເຊິ່ງເປັນບໍລິສັດໃນເຄືອດຽວກັນກັບທະນາຄານຮ່ວມພັດທະນາ ຈະນໍາເອົາພະລິດຕະພັນໃໝ່ນີ້ລົງໃຫ້ແຕ່ລະໜ່ວຍບໍລິການ ແລະ ບູດບໍລິການໃນຂອບເຂດທົ່ວປະເທດ ເພື່ອເປັນການເພີ່ມທາງເລືອກໃຫ້ລູກຄ້າສາມາດເລືອກຊື້ປະກັນໄພໂຄວິດ-19 2IN1 ເຊິ່ງຄຸ້ມຄອງທັງພະຍາດໂຄວິດ-19 ແລະ ຄຸ້ມຄອງອຸບັດເຫດໃນສັນຍາດຽວກັນ ຈາກສະຖານະການເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ແລະ ໂດຍສະເພາະ ໃນປະເທດອ້ອມຂ້າງ ກໍມີຜູ້ຕິດເຊື້ອນັບມື້ຫຼາຍຂຶ້ນ ສຳລັບໃນປະເທດລາວ ການຕິດເຊື້ອມີທ່າອຽງຫຼຸດລົງ ແຕ່ເຖິງແນວໃດ ກໍຍັງຈະປະໝາດບໍ່ໄດ້ ຫາກຕິດເຊື້ອພະຍາດໂຄວິດແລ້ວ ຕ້ອງໄດ້ໃຊ້ເວລາໃນການປິ່ນປົວຮັກສາ ເຮັດໃຫ້ບໍ່ສາມາດເຮັດໜ້າທີ່ການງານໄດ້ ແຕ່ທຸກຄອບຄົວຍັງຕ້ອງມີພາລະຄ່າໃຊ້ຈ່າຍເຊັ່ນ: ຄ່າກິນ ຄ່າຢູ່ ແລະ ອື່ນໆ ດ້ວຍສາເຫດນີ້ ຜະລິດຕະພັນປະກັນໄພໂຄວິດ-19 2in1 ຈຶ່ງຈະຊ່ວຍຫຼຸດຜ່ອນຄວາມເດືອດຮ້ອນໃນໄລຍະທີ່ທ່ານຂາດລາຍຮັບ ຫາກກວດພົບເຊື້ອ ຈະໄດ້ຮັບເງິນຊົດເຊີຍຕາມເງື່ອນໄຂຂອງສັນຍາປະກັນໄພໂຄວິດ-19 2 in 1 ມີການຄຸ້ມຄອງ 3 ແບບດັ່ງນີ້:

ແບບທີ 1 ຄ່າທຳນຽມ 80.000 ກີບຕໍ່ປີ ກວດພົບເຊື້ອຮັບເງິນຊົດເຊຍ 1,5 ລ້ານກີບ ເສຍຊີວິດຈາກພະຍາດໂຄວິດ 15 ລ້ານກີບ ກໍລະນີເສຍຊີວິດຈາກອຸບັດເຫດ ຫຼື ຖືກຄາດຕະກຳ 5 ລ້ານກີບ
ແບບທີ 2 ຄ່າທຳນຽມ 120.000 ກີບຕໍ່ປີ ກວດພົບເຊື້ອຮັບເງິນຊົດເຊຍ 2 ລ້ານກີບ ເສຍຊີວິດຈາກພະຍາດໂຄວິດ 20 ລ້ານກີບ ກໍລະນີເສຍຊີວິດຈາກອຸບັດເຫດ ຫຼື ຖືກຄາດຕະກໍາ 8 ລ້ານກີບ
ແບບທີ 3 ຄ່າທຳນຽມ 150.000 ກີບຕໍ່ປີ ກວດພົບເຊື້ອຮັບເງິນຊົດເຊີຍ 2,5 ລ້ານກີບ ເສຍຊີວິດຈາກພະຍາດໂຄວິດ 25 ລ້ານກີບ ກໍລະນີເສຍຊີວິດຈາກອຸບັດເຫດ ຫຼື ຖືກຄາດຕະກໍາ 10 ລ້ານກີບ
ທ່ານສາມາດຊື້ປະກັນໄພໄດ້ແລ້ວວັນນີ້ ທີ່ທະນາຄານຮ່ວມພັດທະນາ ແລະ ຕົວແທນຂາຍ ບໍລິສັດ ວຽງຈັນປະກັນໄພ ທົ່ວປະເທດ ຫຼື ສອບຖາມລາຍລະອຽດໄດ້ທີ 021-226101.
# ຂ່າວ-ພາບ: ສົມສະຫວັນ