ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 2 ຈັດຂຶ້ນວັນທີ 18 ມິຖຸນາ 2021 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີບັນດາຮອງເຈົ້າຄອງ ຫົວໜ້າພະແນກ ເຈົ້າເມືອງ ແລະ ພະນັກງານທີ່ກ່ຽວຂ້ອງຂະແໜງການຕ່າງໆເຂົ້າຮ່ວມ.

ກອງປະຊຸມໄດ້ຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບສະພາບພົ້ນເດັ່ນ ການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສະເໜີໂດຍຄະນະສະເພາະກິດຂັ້ນ ນວ ມີທ່ານເຈົ້າເມືອງ 9 ເມືອງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຢູ່ແຕ່ລະເມືອງ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ-ແຜນງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນວຽກຈຸດສຸມ 6 ເດືອນທ້າຍປີ 2021 ຂອງ ນວ ສະເໜີໂດຍທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານຫົວໜ້າພະແນກການເງິນ ນວ ທ່ານຫົວໜ້າສ່ວຍສາອາກອນປະຈຳ ນວ ທ່ານຫົວໜ້າຄັງເງິນແຫ່ງຊາດປະຈຳ ນວ ທ່ານຫົວໜ້າກອງພາສີເຂດ 5 ນວ ແລະ ທ່ານເຈົ້າເມືອງ 9 ເມືອງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຢູ່ຫ້ອງປະຊຸມຂອງຕົນ.
ກອງປະຊຸມ ໄດ້ຮັບຟັງລາຍງານ ແລະ ທິດຊີ້ນຳຮ່າງຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດການປົກປັກຮັກສາປ່າໄມ້ ແລະ ເຂດປ່າສະຫງວນແຫ່ງຊາດພູພະນັງ ສະເໜີໂດຍທ່ານປະທານອົງການກວດກາລັດ ທ່ານຫົວໜ້າກອງບັນຊາການທະຫານ ນວ ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ທ່ານເຈົ້າເມືອງນາຊາຍທອງ ແລະ ທ່ານເຈົ້າເມືອງສັງທອງເຂົ້າຮ່ວມ.

ນອກນັ້ນ ຍັງໄດ້ຮັບຟັງລາຍງານ ແລະ ທິດຊີ້ນຳກ່ຽວກັບຮ່າງບົດປະກອບຄຳເຫັນຂອງສະຫາຍເລຂາຄະນະພັກ ແລະ ສະຫາຍຮອງເລຂາຄະນະພັກ ເຈົ້າຄອງ ນວ ໃນຫົວຂໍ້ວາລະແຫ່ງຊາດ (ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂບັນຫາເສດຖະກິດ-ການເງິນ) ສະເໜີໂດຍທ່ານຫົວໜ້າກອງບັນຊາການ ປກສ ນວ ແລະ ທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບຍຸດທະສາດການພັດທະນາ ນວ ເພື່ອສົ່ງໃຫ້ຫ້ອງວ່າການສູນກາງພັກ ສະເໜີໂດຍຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ.
# ຂ່າວ-ພາບ: ສົມສະຫວັນ