ລັດຖະມົນຕີກະຊວງອຸດສາຫະກຳ ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ

    ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕິກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ໂຄງການກໍ່ສ້າງເຂດພັດທະນາກວມລວມໄຊເສດຖາ ໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ວັນທີ 18 ມິຖຸນາ 2021 ເຊິ່ງຖືກຕ້ອນຮັບຈາກທ່ານ ຫວາງ ເວີຍ ຄຸນ ຜູ້ອໍານວຍການບໍລິສັດຮ່ວມທຶນລາວ-ຈີນ ພ້ອມຄະນະ.

    ຈຸດປະສົງການເຄື່ອນໄຫວຄັ້ງນີ້ ເພື່ອຕິດຕາມຄວາມຄືບໜ້າ ແລະ ຊຸກຍູ້ສົ່ງເສີມການພັດທະນາການລົງທຶນໃນເຂດດັ່ງກ່າວ ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໂຮງງານອຸດສາຫະກໍາ ສົ່ງເສີມວຽກງານມາດຕະຖານ ແລະ ການວັດ ແທກ ການປົກປ້ອງແຮງງານ ການປົກປັກຮັກສາສິ່ງແວດລ້ອມ ຕະຫຼອດເຖິງການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19  ພ້ອມນັ້ນ ກໍໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານຫ້ອງກວດສອບຄຸນນະພາບ ແລະ ທົດສອບວິສະວະກຳກໍ່ສ້າງ ໂຮງກັ່ນນໍ້າມັນ ບໍລິສັດເປໂຕຣເຄມີ ລາວ ຈໍາກັດ ແລະ ຢ້ຽມຊົມໂຄງການກໍ່ສ້າງເຂດລິເລີ່ມຕົວເມືອງ ໃໝ່ ເຂດພັດທະນາກວມລວມໄຊເສດຖາຕື່ມອີກ. 

    ໂອກາດນີ້ ທ່ານ ຄໍາແພງ ໄຊສົມແພງ ກໍໄດ້ຊົມເຊີຍຕໍ່ກັບບໍລິສັດຮ່ວມທຶນລາວ-ຈີນ ທີ່ມີຜົນສໍາເລັດໃນການລົງທຶນພັດທະນາ ເຂດກວມລວມໄຊເສດຖາ ແລະ ກິດຈະກໍາອື່ນໆທີ່ມາລົງທຶນໃນເຂດດັ່ງກ່າວ ເຖິງວ່າຈະພົບຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບທາງດ້ານ ເສດຖະກິດ ໂດຍສະເພາະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ບໍລິສັດຍັງໄດ້ດໍາເນີນກິດຈະການກໍ່ສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ອັນເຮັດໃຫ້ການພັດທະນາຫັນເປັນອຸດສາຫະກໍາທັນສະໄໝມີຄວາມຄືບໜ້າເທື່ອລະກ້າວ ນອກນີ້ ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ບໍລິສັດ ເປໂຕຣເຄມີລາວ ຈໍາກັດ ທີ່ມີຄວາມຕັດສິນໃຈສູງ ລົງທຶນສ້າງໂຮງງານກັ່ນນໍ້າມັນຢູ່ ສປປ ລາວ ພ້ອມນັ້ນ ຊີ້ນໍາໃຫ້ບໍລິສັດ ສົມທົບກັບຂະແໜງການກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າບັນດາລະບຽບກົດໝາຍ ເພື່ອເຮັດການດໍາເນີນ ກິດຈະການໂຮງງານກັ່ນນໍ້າມັນຖືກຕ້ອງສອດຄ່ອງກັບນະໂຍບາຍຂອງລັດຖະບານ ແລະ ມີກົດລະບຽບຄຸ້ມຄອງທີ່ຮັດກຸມ ແລະ ຫວັງວ່າຈະເປັນບໍລິສັດເປໂຕຣເຄມີທີ່ທັນສະໄໝ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ນັບມື້ຂະ ຫຍາຍຕົວຂຶ້ນເປັນກ້າວໆ ນອກນີ້ ຍັງເນັ້ນໃຫ້ທັງສອງບໍລິສັດ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. 

# ຂ່າວ-ພາບ: ຂັນທະວີ

error: Content is protected !!