ພິທີລົງນາມສັນຍາໂຄງການບໍາລຸງຮັກສາ ສ້ອມແປງລະບົບວິທະຍຸການບິນ ແລະ ປັບປຸງຍົກລະດັບວິທະຍຸຊ່ວຍການບິນ ພ້ອມອຸປະກອນ ຈັດຂຶ້ນວັນທີ 18 ມິຖຸນາ 2021 ຢູ່ກອງຈະລາຈອນທາງອາກາດລາວ ສະໜາມບິນວັດໄຕ ລະຫວ່າງທ່ານ ບຸນເຖິງ ສຸໂມນທາ ຫົວໜ້າກອງຈະລາຈອນທາງອາກາດລາວ ຫົວໜ້າຄະນະຮັບຜິດຊອບໂຄງການ ແລະ ທ່ານນາງ ທອງທິບ ພົມມະຈັກ ປະທານບໍລິສັດ ບົວທິບລາວ ຈໍາກັດຜູ້ດຽວ ມີທ່ານ ບຸນຈັນ ສິນລາຊວົງ ຫົວໜ້າຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍບັນດາກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນເຖິງ ສຸໂມນທາ ກ່າວວ່າ: ເນື່ອງຈາກໜ້າວຽກດ້ານການບໍາລຸງຮັກສາ ແລະ ສ້ອມແປງບັນດາລະບົບວິທະຍຸການບິນ ຕ້ອງໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເພື່ອຮັບປະກັນການຄຸ້ມຄອງ ແລະ ບໍລິການບິນຜ່ານນ່ານຟ້າຂອງ ສປປ ລາວ ສາມາດດໍາເນີນໄດ້ເປັນປົກກະຕິ ຮັບປະກັນມາດຕະຖານຂອງບັນດາອຸປະກອນ ແລະ ລະບົບວິທະຍຸການບິນ ທີ່ຮັບໃຊ້ວຽກງານບໍລິການຈະລາຈອນທາງອາກາດລາວໃຫ້ມີຄວາມປອດໄພ ຍ້ອນຄໍານຶງເຖິງງົບປະມານຂອງລັດ ທີ່ວ່າຈ້າງບໍລິສັດທີ່ຮັບຜິດຊອບໃນໄລຍະຜ່ານມາມີມູນຄ່າສູງ ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຈາກຄະນະນໍາກະຊວງຕໍ່ວຽກງານດັ່ງກ່າວ ທີ່ມີຄວາມຈໍາເປັນຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ທີ່ພວກເຮົາຄວນຫັນມາຈັດຕັ້ງພາຍໃນ ເຮັດໃຫ້ການໃຊ້ຈ່າຍງົບປະມານຂອງລັດຫຼຸດລົງຫຼາຍສົມຄວນ ທຽບໃສ່ການໃຫ້ບໍລິສັດຕ່າງປະເທດຮັບຜິດຊອບ ໂຄງການບໍາລຸງຮັກສາ ສ້ອມແປງລະບົບວິທະຍຸການບິນ ແລະ ປັບປຸງຍົກລະດັບວິທະຍຸຊ່ວຍການບິນ ພ້ອມອຸປະກອນ ມີໄລຍະການຈັດຕັ້ງປະຕິບັດແຕ່ປີ 2021-2023 ໄລຍະການຊໍາລະເງິນ 6 ປີ ເຊິ່ງເປັນບາດກ້າວທີ່ສໍາຄັນທີ່ຄະນະນໍາກະຊວງໃຫ້ຄວາມສໍາຄັນເພື່ອໃຫ້ມີຄວາມເຂັ້ມແຂງພາຍໃນ.

ທ່ານ ໃຫຍ່ ພົມມະຈັກ ຮອງປະທານບໍລິສັດ ບົວທິບລາວ ຈໍາກັດຜູ້ດຽວ ກ່າວວ່າ: ບໍລິສັດ ບົວທິບລາວ ຈໍາກັດຜູ້ດຽວ ສ້າງຕັ້ງປີ 2000 ມີປະສົບການໃນການເຮັດທຸລະກິດຫຼາຍຂະແໜງການ ເຊັ່ນ: ການຜະລິດ ການຄ້າ ການລົງທຶນ ບໍ່ແຮ່ ໄອທີ ແລະ ການບິນ ເຊິ່ງຂະແໜງການບິນມີປະສົບການ 10 ກວ່າປີ ເປັນພັນທະມິດໂດຍກົງກັບອົງກອນ ບໍລິສັດ ທີ່ໃຫ້ບໍລິການດ້ານການບິນສາກົນ ເຊັ່ນ: ສະມາຄົມຂົນສົ່ງທາງອາກາດສາກົນ (IATA) ບໍລິສັດ SITA ປະເທດສະວິດ ແລະ Collins AEROSPACE ສ ອາເມຣິກາ ບໍລິສັດວິທະຍຸການບິນແຫ່ງປະເທດໄທ AAI ປະເທດອິນເດຍ ນອກນີ້ ຍັງໄດ້ຮ່ວມກັບກອງສະໜາມບິນລາວ ສ້າງຕັ້ງບໍລິສັດ ບໍລິການອາຄານສະໜາມບິນ ໃຫ້ບໍລິການອາຄານຜູ້ໂດຍສານສາຍພາຍໃນ ຢູ່ສະໜາມບິນສາກົນວັດໄຕ ຮ່ວມກັບ IATA ແລະ AAI ໃນການຕິດຕັ້ງລະບົບເກັບເງິນຄ່າບໍລິການເຮືອບິນຜ່ານ ແລະ ລົງຈອດທີ່ທັນສະໄໝ ໃນ ສປປ ລາວ ທັງໝົດ 11 ສະໜາມບິນ ຮ່ວມກັບບໍລິສັດ SITA ແລະ Collins AEROSPACE ໃຫ້ບໍລິການແຈ້ງປີ້ເຮືອບິນ ແລະ ກະເປົາຜູ້ໂດຍສານຢູ່ສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ ສໍາລັບໂຄງການບໍາລຸງຮັກສາ ສ້ອມແປງແລະ ປັບປຸງຍົກລະດັບລະບົບວິທະຍຸຊ່ວຍການບິນ ພ້ອມອຸປະກອຍຕິດພັນນີ້ ພວກເຮົາໄດ້ເຊັນຮ່ວມມືໂດຍກົງກັບຜູ້ຜະລິດເຄື່ອງວິທະຍຸຊ່ວຍການບິນ (MOPINES) ສ ເກົາຫຼີ ບໍລິສັດວິທະຍຸການບິນແຫ່ງປະເທດໄທ ແລະ AAI ເຊິ່ງເປັນຜູ້ສະໜອງການບໍລິການອາໄຫຼ່ເຄື່ອງວິທະຍຸຊ່ວຍການບິນຢູ່ຫໍ THALASE.

(ສະບາໄພ 18/6/2021)