ໃນລະຫວ່າງວັນທີ 11-14 ມິຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ ເນື່ອງຈາກຜົນກະທົບຂອງພາຍຸດິເປຣຊັນ (ພາຍຸໂຄກຸມະ) ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີດ້ວຍກຳລັງແຮງ ເຮັດໃຫ້ເກີດນໍ້າໄຫຼຊຸ ດິນຖະຫຼົ່ມ ນໍ້າຖ້ວມເຮືອນປະຊາຊົນ ຖ້ວມເນື້ອທີ່ການຜະລິດ ເສັ້ນທາງຈໍານວນໜຶ່ງຂາດ ເສົາໄຟຟ້າຫັກ ມີ 7 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ ເມືອງພຽງ ເມືອງຄອບ ເມືອງຊຽງຮ່ອນ ເມືອງເງິນ ເມືອງຫົງສາ ແລະ ເມືອງໄຊສະຖານ ໃນນັ້ນ ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ່.

ວັນທີ 16 ມິຖຸນາ 2021 ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລົງເບິ່ງຄວາມເສຍຫາຍບັນດາບ້ານທີ່ໄດ້ຮັບຜົນກະທົບນໍ້າຖ້ວມຢູ່ເມືອງໄຊຍະບູລີ ໂດຍໃຫ້ການຕ້ອນຮັບຈາກທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງໄຊຍະບູລີ.


ໂອກາດນີ້ ທ່ານ ເພັດພິໄຊ ສູນວິໄວ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມວ່າ: ສຳລັບຜົນເສຍຫາຍຈາກການເອົາຂໍ້ມູນເບື້ອງຕົ້ນ ລວມມີ 56 ບ້ານ 5.248 ຄອບຄົວ 20.992 ຄົນ ຍິງ 8.920 ຄົນ (ສະເພາະເມືອງໄຊຍະບູລີໄດ້ຮັບຜົນກະທົບ 39 ບ້ານ) ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ ຈາກການປະເມີນເບື້ອງຕົ້ນຂອງແຂວງໄຊຍະບູລີ ແມ່ນ 94 ຕື້ກີບ ມີເຮືອນປະຊາຊົນເປ່ເພເສຍຫາຍ 4.221 ຫຼັງ ໃນນັ້ນ ມີເຮືອນປະຊາຊົນ 19 ຫຼັງໄດ້ຖືກນໍ້າຊຸໜີ ໄຟຟ້າໄດ້ຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ ຍັງ 9 ບ້ານແກ້ໄຂບໍ່ທັນສໍາເລັດ) ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ ບໍ່ສາມາດໃຊ້ໄດ້ 3.500 ໜ່ວຍ) ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂ່າຍໄຟຟ້າຖືກຕັດຂາດ 3 ຈຸດ ສ້ອມແປງຄືນໄດ້ແລ້ວ 1 ຈຸດ ຈັກສູບນໍ້າປະປາຖືກນໍ້າຖ້ວມເປ່ເພ ເຮັດໃຫ້ທົ່ວເມືອງໄຊຍະບູລີບໍ່ສາມາດນໍາໃຊ້ນໍ້າປະປາໄດ້ ເສັ້ນທາງຖືກຕັດຂາດເສຍຫາຍທັງໝົດ 25 ເສັ້ນ ຂົວເບຕົງ 5 ແຫ່ງ ທໍ່ດາໂລ 3 ແຫ່ງ ຂົວອູ່ເປ່ເພ 1 ແຫ່ງ ມີລົດໃຫຍ່ຈົມນໍ້າເປ່ເພ 472 ຄັນ ລົດຈັກ 4.840 ຄັນ ເຂົ້າສານເສຍຫາຍ 300 ໂຕນ ໜອງປາ 240 ໜອງ ແລະ ບໍ່ມີຄົນເສຍຊີວິດ.
.
# ຂ່າວ & ພາບ: ເພັດສະໝອນ