ຜູ້ພິພາກສາ ຕ້ອງມີຄຸນສົມບັດສິນທໍາປະຕິວັດ ມີຈັນຍາບັນ ຈັນຍາທໍາ ມີຄວາມທ່ຽງທຳ ມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ

    ໃນວັນທີ 17 ມິຖຸນາ 2021 ທີ່ສານປະຊາຊົນນະຄອນຫຼວງວຽງຈັນ (ນວ) ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ໄດ້ພົບປະໂອ້ລົມກັບພະນັກງານຫຼັກແຫຼ່ງສານປະຊາຊົນນະຄອນຫຼວງວຽງຈັນ ໂດຍມີທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນຳສານປະຊາຊົນສູງສຸດ ພະນັກງານຫຼັກແຫຼ່ງ ສານປະຊາຊົນ ນວ ແລະ ຜູ້ພິພາກສາສານ ນວ ເຂົ້າຮ່ວມ.

    ການພົບປະຄັ້ງນີ້ ທ່ານປະທານສານປະຊາຊົນສູງສຸດ ໄດ້ຮຽກຮ້ອງມາຍັງຄະນະນະພັກ-ຄະນະນໍາຂອງສານປະຊາຊົນ ນວ ຕ້ອງເພີ່ມທະວີການຊີ້ນໍາ-ນໍາພາວຽກງານການເມືອງ-ແນວຄິດ ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ ຕາມສິດ ແລະ ໜ້າທີ່ຂອງປະທານ ແລະ ຮອງປະທານ ທີ່ໄດ້ກໍານົດໄວ້ໃນມາດຕາ 40 ແລະ 41 ຂອງກົດໝາຍວ່າດ້ວຍສານປະຊາຊົນ ເພີ່ມທະວີການປັບປຸງລະບົບການຈັດຕັ້ງ ກໍຄືການເຄື່ອນໄຫວວຽກງານຂອງສານປະຊາຊົນໃຫ້ມີຄວາມກະທັດຮັດທາງດ້ານການຈັດຕັ້ງ ໜັກແໜ້ນທາງດ້ານການເມືອງ ມີຄວາມໂປ່ງໃສ ເຂັ້ມແຂງທາງດ້ານວິຊາການ ເອົາໃຈໃສ່ໃນການຍົກລະດັບວິຊາການທາງດ້ານກົດໝາຍ ເປັນຕົ້ນ ແມ່ນກົດໝາຍແພ່ງ ກົດໝາຍອາຍາ ກົດໝາຍການດໍາເນີນຄະດີແພ່ງ ດໍາເນີນຄະດີອາຍາ ແລະ ກົດໝາຍອື່ນໆ ເພີ່ມທະວີວຽກງານສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ແກ່ຜູ້ພິພາກສາ ໃຫ້ມີຄຸນສົມບັດສິນທໍາປະຕິວັດ ມີຈັນຍາບັນ ຈັນຍາທໍາ ມີຄວາມທ່ຽງທຳ ມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ຂອງຕົນ ຢຶດໝັ້ນຈັນຍາບັນ ແລະ ຈັນຍາທຳຂອງຜູ້ພິພາກສາຕາມທີ່ກໍານົດໄວ້ໃນມາດຕາ 24 ແລະ 25 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.

    ເດັດດ່ຽວຕ້ານ ແລະ ສະກັດກັ້ນພະຍາດອາຍາສິດ ຫ່າງເຫີນຈາກຮາກຖານ ບໍ່ຮັບສິນບົນ ບໍ່ໃຫ້ມີຄວາມລໍາອຽງໃນການປະຕິບັດໜ້າທີ່ ພ້ອມທັງໃຫ້ເຄົາລົບ ແລະ ປະຕິບັດຂໍ້ຫ້າມຂອງຜູ້ພິພາກສາ ຕາມທີ່ກໍານົດໄວ້ໃນມາດຕາ 33 ຂອງກົດໝາຍວ່າດ້ວຍຜູ້ພິພາກສາຢ່າງເຂັ້ມງວດ ເພື່ອໃຫ້ສັງຄົມມີຄວາມສັດທ າເຫຼື້ອມໃສ ແລະ ສັດທາຕໍ່ລະບົບຍຸຕິທໍາຂອງລັດ ເວົ້າສະເພາະກໍຄືລະບົບສານປະຊາຊົນ ເພີ່ມທະວີການພົວພັນ ແລະ ຮ່ວມມືກັນທັງພາຍໃນ ແລະ ຕ່າງປະເທດ ພົວພັນ ແລະ ປະສານງານກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ ເພື່ອແກ້ໄຂຄວາມຂັດແຍ່ງຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ ໂດຍຜ່ານຂະບວນການຍຸຕິທໍາໃຫ້ດີຂຶ້ນເປັນກ້າວໆ ບົນພື້ນຖານແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ຕ້ອງຍົກສູງຄວາມຮັບຜິດຊອບ ຂໍ້ຂັດແຍ່ງເກີດຂຶ້ນຢູ່ບ່ອນໃດ ບ່ອນນັ້ນຈະຕ້ອງມີຄວາມຮັບຜິດຊອບສຶກສາອົບຮົມໄກ່ເກ່ຍເປັນຕົ້ນຕໍ ເມື່ອບໍ່ສາມາດໄກ່ເກ່ຍແລ້ວ ຈຶ່ງນໍາເຂົ້າສູ່ຂະບວນຍຸຕິທໍາຕາມຂັ້ນຕອນຂອງກົດໝາຍ.

.# ຂ່າວ & ພາບ: ບຸນມີ

error: Content is protected !!