ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ ໄດ້ຖືກເຜີຍແຜ່ເປັນທາງການ

    ສູນກາງຊາວໜຸ່ມລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດຕັ້ງກອງປະຊຸມເປີດແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການພັດທະນາຊາວໜຸ່ມ ແລະ ເຍົາວະຊົນເປັນຄັ້ງທໍາອິດ ປຶກສາຫາລືກ່ຽວກັບຜົນກະທົບຂອງພະຍາດໂຄວິດ 19 ຕໍ່ກັບເຍົາວະຊົນ ແລະ ຊາວໜຸ່ມ ຂຶ້ນໃນວັນທີ 17 ມິຖຸນາ 2021 ທີ່ນະຄອນຫຼວງວຽງຈັນ ກອງປະຊຸມນີ້ໄດ້ຈັດຜ່ານລະບົບອອນລາຍ ເປັນປະທານຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງຕ່າງໆ ສື່ສານມວນຊົນ ອົງການຈັດຕັ້ງທາງສັງຄົມ ອົງການຈັດຕັ້ງສາກົນ ແລະ ບັນດາໄວໜຸ່ມເຂົ້າຮ່ວມ.

    ຍຸດທະສາດແຫ່ງຊາດ ວ່າດ້ວຍການພັດທະນາຊາວໜຸ່ມ ແລະ ເຍົາວະຊົນສະບັບທຳອິດນີ້ ໄດ້ຖືກເຜີຍແຜ່ຢ່າງເປັນທາງການໃນມື້ນີ້ ຍຸດທະສາດສະບັບນີ້ ຈະໄດ້ຖືກຈັດຕັ້ງປະຕິບັດໃນບັນດາກະຊວງ ແລະ ໜ່ວຍງານຕ່າງໆ ລວມທັງອົງການຈັດຕັ້ງມະຫາຊົນ ນັບແຕ່ຂັ້ນສູງກາງຫາທ້ອງຖິ່ນ ຍຸດທະສາດດັ່ງກ່າວ ໄດ້ໃຫ້ທິດທາງຍຸດທະສາດແກ່ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອສ້າງຂໍ້ກໍານົດທີ່ຈໍາເປັນ ການຈັດສັນງົບປະມານ ແລະ ຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆໃນຂົງເຂດສຸຂະພາບ ການສຶກສາ ການສ້າງວຽກເຮັດງານທໍາ ການປ້ອງກັນ ແລະ ການມີສ່ວນຮ່ວມຂອງເຍົາວະຊົນ ແລະ ຊາວໜຸ່ມ ຄຽງຄູ່ກັນນີ້ ກໍໄດ້ກ່າວເຖິງການມີກິດຈະກຳລະດົມທຶນເພີ່ມເຕີມ ແລະ ງົບປະມານຈະຖືກຈັດສັນໂດຍລັດຖະບານຜ່ານກະຊວງ ແລະ ອົງການຈັດຕັ້ງທາງລັດຖະບານ ເພື່ອນໍາໃຊ້ໃນການດຳເນີນກິດຈະກຳສະເພາະຕາມຄວາມຕ້ອງການ ນອກຈາກນີ້ ຍັງເປັນການລະດົມການສະໜັບສະໜູນທາງດ້ານວິຊາການ ແລະ ແຫຼ່ງທຶນຈາກບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເພື່ອເພີ່ມການຈັດຕັ້ງປະຕິບັດໃນແນວທາງທີ່ໄດ້ກ່າວໄວ້ໃນແຜນຍຸດທະສາດ.

.# ຂ່າວ & ພາບ: ເພັດສະໝອນ

 

error: Content is protected !!