ວັນທີ 18 ມິຖຸນາ 2021 ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວນຄະນະ ໄດ້ລົງພົບປະ ແລະ ເຮັດວຽກຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ມີບັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນພິທີ ທ່ານ ຄຳມາ ແສງມີໄຊ ໄດ້ລາຍງານສະພາບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ວຽກງານເຜີຍແຜ່ໂຄສະນາປະຊາສຳພັນ ວຽກງານ ປກສ-ປກຊ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນ ທົ່ວເມືອງມີຜູ້ຕິດເຊື້ອສະສົມ 187 ຄົນ ໃນຈຳນວນ 38 ບ້ານ ປິ່ນປົວຫາຍດີ 166 ຄົນ ແລະ ຍັງກຳນົດເປັນບ້ານແດງ 2 ບ້ານ ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈໃສ່ວຽກງານການສັກຢາວັກຊິນ ໄລຍະທຳອິດ ໄດ້ຈັດຕັ້ງທີມງານແພດໝໍລົງສັກຢາເຄື່ອນທີ່ຢູ່ແຕ່ລະບ້ານ ສຳນັກງານ ອົງການຕ່າງໆ ປັດຈຸບັນ ໄດ້ແຕ່ງຕັ້ງເປັນຈຸດລວມ 2 ຈຸດຄື ໂຮງໝໍເມືອງ (ສັກສຳລັບຢາໄຟເຊີເຂັມທີ 1) ໃຫ້ແກ່ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳຕົວ ຈຸດທີ 2 ສັກຢູ່ ມສ ລາວ-ຫວຽດ (ສັກສຳລັບຢາ sinopharm ແລະ Astra Zeneca) ມາຮອດວັນທີ 17 ມິຖຸນາ ສັກໄດ້ທັງໝົດ 32.851 ຄົນ ໃນນີ້ ໄຟເຊີເຂັມທີໄດ້ 2.850 ຄົນ.

ພາຍຫຼັງຮັບຟັງການລາຍງານຂອງທ່ານເຈົ້າເມືອງແລ້ວ ບັນດາຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຫຼາຍບັນຫາ ເປັນຕົ້ນແມ່ນການປະຕິບັດມາດຕະການຂອງຂັ້ນເທິງວາງອອກຍັງບໍ່ທັນເຂັ້ມງວດ ການຄຸ້ມຄອງເຮືອນພັກ ໂຮງແຮມ ຫ້ອງແຖວອາພາດເມັນ ຮ້ານກິນດື່ມຕ່າງໆ ຍັງບໍ່ເຮັດໄດ້ດີເທົ່າທີ່ຄວນ ສະແດງອອກ ບັນດາຜູ້ຕິດເຊື້ອສ່ວນຫຼາຍມີຈາກສະຖານທີ່ເຫຼົ່ານັ້ນ ວຽກງານການສຶກສາ ໂດຍສະເພາະການສຶກສາພາກລັດ ຈຳນວນໜຶ່ງຍັງບໍ່ສາມາດເຂົ້າເຖິງການຮຽນແບບອອນລາຍໄດ້ ອັດຕາການວ່າງງານຂອງປະຊາຊົນ ວິທີການອະນຸຍາດໃຫ້ປະຊາຊົນໃຊ້ຊິວິດແບບໃໝ່ ການທຳມາຫາກິນຕ່າງໆໂດຍປອດເຊື້ອພະຍາດ ແລະ ອື່ນໆ.

ນອກຈາກນີ້ ທ່ານ ສົມມາດ ພົນເສນາ ກໍໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດບາງຂໍ້ສະເໜີເຊັ່ນ ການຄຸ້ມຄອງເຮືອນພັກ ຫ້ອງແຖວ ໂຮງແຮມ ຮ້ານກິນດື່ມ ຕ້ອງມີການເກັບກຳຈຳນວນພົນ ລາຍຊື່ຜູ້ທີ່ມີພັກເຊົາເກົ່າທີ່ມີຢູ່ແລ້ວ ບໍ່ໃຫ້ມີການເຄື່ອຍ້າຍ ຫຼື ຮັບເອົາຄົນໃໝ່ເຂົ້າມາພັກເຊົາໃນໄລຍະທີ່ມີການລະບາດ ເພາະວ່າການເຄື່ອນຍ້າຍ ຫຼື ຮັບເອົາຄົນໃໝ່ເຂົ້າມາ ອາດຈະເປັນການນໍາເຊື້ອພະຍາດເຂົ້າມາ ຫຼືອາດຈະໄປແຜ່ເຊື້ອຢູ່ສະຖານທີ່ອື່ນ ຕ້ອງມີມາດຕະການເດັດຂາດຕໍ່ຜູ້ລະເມີດ ການສັກຢາວັກຊິນຕ້ອງມອບໃຫ້ເມືອງໃນການຊີ້ນຳ-ນຳພາ ອອກມາດຕະການ ລະບຽບການ ແລ້ວສົ່ງໃຫ້ບ້ານເພື່ອແຈ້ງໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈພ້ອມທັງປະຕິບັດລະບຽບການຢ່າງເຂັ້ມງວດ ຄວນຖອດຖອນບົດຮຽນອັນດີໃນການປະຕິບັດໄລຍະຜ່ານມາ ແລ້ວມານຳໃຊ້ໃນຂັ້ນຕໍ່ໆໄປ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ