ມື້ນີ້ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 13 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວປະຈຳວັນ ກ່ຽວກັບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ໃນວັນທີ 18 ມິຖຸນາ 2021 ຢູ່ກະຊວງສາທາລະນະສຸກ ປັດຈຸບັນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 178.168.398 ຄົນ ເສຍຊີວິດສະສົມ 3.856.864 ຄົນ ແລະ ປີ່ນປົວຫາຍດີ 162.674.420 ຄົນ ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

    ໃນວັນທີ 17 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.479 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 13 ຄົນ (ນະຄອນຫຼວງ 7 ຄົນ ແຂວງສະຫວັນນະເຂດ 2 ຄົນ ແລະ ແຂວງຈຳປາສັກ 4 ຄົນ) ສຳລັບນະຄອນຫຼວງ 7 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊຸມ ຈາກການສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ສ່ວນແຂວງສະຫວັນນະເຂດ 2 ຄົນ ແລະ ແຂວງຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວທີ່ກັບຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ (ເປັນກໍລະນີນຳເຂົ້າ).

    ປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2.047 ຄົນ (ໃໝ່ 13 ຄົນ) ເສຍຊີວິດສະສົມ 3 ຄົນ (ໃໝ່ 0) ປິ່ນປົວຫາຍດີສະສົມ 1.931 ຄົນ (ໃໝ່ 7 ຄົນ) ແລະ ກຳລັງປິ່ນປົວ 113 ຄົນ.

# ຂ່າວ & ພາບ:  ຊິລິການດາ

error: Content is protected !!