ຂ່າວດີ 9 ວັນຕິດ… ໂຄວິດຕິດເຊື້ອເພີ່ມເປັນ 0 ທີ່ລາວ !

    ຖື​ວ່າ​ເປັນ​ຂ່າວ​ດີ​ອີກ​ວັນ ທີ່​ທຸກ​ຄົນ​ລໍ​ຟັງ​ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ວັນ​ນີ້​ກໍ​ເປັນ​ວັນ​ທີ 9 ແລ້ວ ທີ່​ລາວ​ເຮົາ​ຍັງ​ຢັ້ງ­ຢືນ​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ເພີ່ມ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຢ່າ​ສະ​ລ່າ​ໃຈ ຈົ່ງ​ພ້ອມ​ກັນ​ສືບ­ຕໍ່​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຕ່າງໆ​ຂອງ​ຄະ­ນະ​ສະ­ເພາະ​ກິດ ໂດຍ​ສະ­ເພາະ ຄຳ​ສັ່ງ​ເລກ​ທີ 06/ນຍ ວາງ​ອອກ​ຢ່າງ​ເຄັ່ງ​ຄັດ ຈົນ​ຮອດ​ວັນ​ທີ 3 ພືດ​ສະ­ພາ 2020 ເພື່ອ​ຮັບ­ປະ­ກັນ​ເຮັດ​ໃຫ້­ການ​ສະ­ກັດ​ກັ້ນ ແລະ ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ໝົດ​ໄປ.

    ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ພ້ອມ​ດ້ວຍ​ຄະ­ນະ ໄດ້​ກ່າວ​ຖະ­ແຫຼງ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 21 ເມ­ສາ 2020 ທີ່​ສູນ​ປະ­ຕິ­ບັດ​ງານ ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ​ໂຄ​ວິດ-19 ວ່າ: ໃນ​ວັນ​ທີ 20 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 29 ຄົນ ໃນ​ນັ້ນ​ມີ​ຜູ້​ສຳ­ຜັດ​ໃກ້­ຊິດ​ກັບ​ຜູ້​ຕິດ­ເຊື້ອ 14 ຄົນ ແລະ ກໍ­ລະ­ນີ​ມີ​ອາ­ການ​ສົງ­ໄສ 15 ຄົນ ເຊິ່ງ​ໃນ​ຈຳ­ນວນ 29 ຄົນ​ທີ່​ມາ​ກວດ​ນັ້ນ ມີ​ນະ­ຄອນ­ຫຼວງ​ວຽງ​ຈັນ 14 ຄົນ ແລະ ຕ່າງ​ແຂວງ 15 ຄົນ ເຊິ່ງ​ຜົນ​ການ​ກວດ​ທັງ​ໝົດ 29 ກໍ­ລະ­ນີ ແມ່ນ​ບໍ່​ພົບ​ເຊື້ອ.

    ນັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 20 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 1.378 ຄົນ ກວດ​ພົບ​ເຊື້ອ​ທັງ​ໝົດ 19 ຄົນ (09 ມື້​ແລ້ວ​ທີ່​ບໍ່​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ) ຈຳ­ນວນ​ຜູ້​ສຳ­ຜັດ​ໃກ້­ຊິດ​ກັບ​ຜູ້​ຕິດ­ເຊື້ອ​ທັງ​ໝົດ ທີ່​ໄດ້​ຕິດ­ຕາມ​ແຕ່​ວັນ​ທີ 9 ມີ­ນາ – 20 ເມ­ສາ 2020 ມີ 313 ຄົນ ໝົດ​ກຳ­ນົດ​ຕິດ­ຕາມ​ທັງ​ໝົດ 300 ຄົນ ຍັງ​ສືບ­ຕໍ່​ຕິດ­ຕາມ​ທັງ​ໝົດ 13 ຄົນ ເຊິ່ງ​ຕິດ­ຕາມ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ໃນ​ນັ້ນ 8 ຄົນ ແມ່ນ​ຕິດ­ຕາມ​ຢູ່​ໂຮງ­ໝໍ 103 ແລະ 05 ຄົນ ຕິດ­ຕາມ​ຢູ່​ເຮືອນ) ໂດຍ​ສະ­ເລ່ຍ ຍັງ​ອີກ 04 ມື້​ຈຶ່ງ​ຄົບ​ກຳ­ນົດ​ຕິດ­ຕາມ 14 ວັນ.

    ສຳ­ລັບ​ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ​ຍັງ​ມີ​ຜູ້​ຕິດ­ເຊື້ອ​ທີ່​ນອນ​ຢູ່​ໂຮງ­ໝໍ 17 ຄົນ ເຊິ່ງ​ໃນ​ຈຳ­ນວນ 03 ຄົນ​ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ເຫັນ​ວ່າ​ມີ​ອາ­ການ​ຄົງ​ຕົວ ຂັ້ນ​ເບົາ­ບາງ ແລະ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ. ສ່ວນ​ຈຳ­ນວນ 14 ຄົນ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ເບົາ­ບາງ ແລະ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ ເຊິ່ງ​ມື້­ວານ​ນີ້ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ ແລະ ມື້­ນີ້​ກໍ​ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ຊ້ຳ​ອີກ​ຄັ້ງ ຄາດ​ວ່າ​ຈະ​ມີ​ຜູ້​ບໍ່​ພົບ​ເຊື້ອ 2 ຄັ້ງ​ຕໍ່​ກັນ ແລະ ຈະ​ມີ​ຄົນ​ອອກ​ໂຮງ­ໝໍ​ຕື່ມ​ອີກ​ໃນ​ໄວໆ​ນີ້. ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ຍັງ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ​ທັງ​ໝົດ 554 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 2.721 ຄົນ ແລະ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ 2.087 ຄົນ.

    ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ເນັ້ນ​ຕື່ມ​ວ່າ: ເພື່ອ​ສືບ­ຕໍ່​ໃຫ້​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ​ຜ່ອນ­ຄາຍ​ລົງ​ໄປ​ເລື້ອຍໆ ເຮັດ​ໃຫ້​ພວກ​ເຮົາ​ສາ­ມາດ​ກັບ​ມາ​ດຳ­ລົງ​ຊີ­ວິດ​ຕາມ​ປົກ­ກະ­ຕິ​ໄດ້ ໃນ­ຕໍ່­ໜ້າ​ນີ້ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ອົງ​ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ ຈົ່ງ​ສືບ­ຕໍ່ ຮ່ວມ​ມື ເປັນ​ເຈົ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ ເລກ​ທີ 06/ນຍ ແລະ ບັນ­ດາ​ຂໍ້​ແນະ­ນຳ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ສະ­ເພາະ​ມື້­ນີ້ ກໍ​ສັງ­ເກດ​ເຫັນ​ວ່າ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ການ​ສັນ­ຈອນ​ຂອງ​ລົດ​ລາ​ພາ­ຫະ­ນະ​ເປັນ​ຈຳ­ນວນ​ຫຼາຍ ຈຶ່ງ​ຂໍ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ ສືບ­ຕໍ່​ຈຳ­ກັດ​ຕົນ​ເອງ​ຢູ່​ເຮືອນ ແລະ ຂໍ​ໃຫ້​ຄະ­ນະ​ເຈົ້າ​ໜ້າ­ທີ່​ກວດ­ກາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຄື​ໄລ­ຍະ​ຜ່ານ​ມາ ຍ້ອນ​ວ່າ​ຄຳ​ສັ່ງ 06/ນຍ ຍັງ​ສືບ­ຕໍ່​ປະ­ຕິ­ບັດ​ຈົນ​ຮອດ​ວັນ​ທີ 3 ພຶດ­ສະ­ພາ 2020.

error: Content is protected !!