ເຈົ້າເມືອງສາມັກຄີໄຊ ຕິດຕາມໃຫ້ກຳລັງໃຈພະນັກງານແພດໝໍ ແລະ ເຈົ້າໜ້າທິ່ປະຕິບັດວຽກງານຢູ່ພາກສະໜາມ​

    ວັນທີ 21 ເມສາ 2020 ທ່ານ ບຸນທະມາລີ ໝັ້ນອານົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສາມັກຄີໄຊ ແຂວງອັດຕະປື ພ້ອມຄະນະ ໄດ້ນຳເອົາເຄຶ່ອງບໍລິໂພກປະເພດໝີ່ສຳເລັດຮູບຈຳນວນ 50 ແກັດ ປາກະປ໋ອງ 10 ແກັດ ນໍ້າດຶ່ມ 50 ແກັດ ແລະ ໄຂ່ໄກ່ 10 ແຕະ ລວມມູນຄ່າ 2 ລ້ານກວ່າກີບ ລົງມອບໃຫ້ບັນດາແພດໝໍ ແລະ ເຈົ້າໜ້າທິ່ທິ່ປະຕິບັດໜ້າທິ່ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຕາມຈຸດກວດກາດ່ານຫຼັກ 52 ບ້ານໃຫຍ່ໝຶ່ນຫົວເມືອງ. 

    ການປະກອບສ່ວນຊ່ວຍເຫຼືອໃນຄັ້ງນິ້ ແມ່ນເພື່ອເປັນການໃຫ້ກຳລັງໃຈ ທັງເປັນການແບ່ງເບົາງົບປະມານໃຫ້ພະນັກງານແພດໝໍ  ແລະ ເຈົ້າໜ້າທິ່ກໍາລັງປະຕິບັດໜ້າທີ່ພາກສະໜາມຕາມການມອບໝາຍຂອງຄະນະພັກຂັ້ນຂອງຕົນຢ່າງເຂັ້ມງວດ. 

    ໂອກາດດັ່ງກ່າວ ທ່ານ ບຸນທະມາລີ ໝັ້ນອານົງ ຍັງໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທິ່ແຕ່ລະພາກສ່ວນຂັ້ນແຂວງ ແລະ ເມືອງ ພ້ອມອໍານາດການປົກຄອງບ້ານທິ່ປະຕິບັດຕາມຈຸດກວດ ຕ້ອງໄດ້ເປັນເຈົ້າການປະຕິບັດຕາມຄໍາສັ່ງແນະນໍາ ເລກທີ 06/ນຍ ບັນດາແຈ້ງການ ແລະ ຄໍາສັ່ງເລກທີ 02 ຂອງຄະນະສະເພາະກິດຂັ້ນແຂວງຢ່າງເຄັ່ງຄັດ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ້ມງວດ ທັງນີ້ກໍເພື່ອເປັນການຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ໃຫ້ທຸກຄົນມີຄວາມປອດໄພ.

error: Content is protected !!