ຊ່ວຍເຫຼືອແຮງງານຈາກຕ່າງປະເທດກັບຄືນບ້ານເກີດ

    ທ່ານ ຖາ­ວອນ ອາດ​ສະ­ໝຸດ ຫົວ­ໜ້າ​ພະ​ແນກ​ທຸ­ລະ​ກິດ​ພະ­ລັງ­ງານ ແລະ ບໍ່​ແຮ່ ສະ­ມາ­ຄົມ​ນັກ​ທຸ­ລະ ກິດ​ໜຸ່ມ​ແຫ່ງ​ຊາດ​ລາວ ປະ­ທານ​ກຸ່ມ​ບໍ­ລິ­ສັດ​ລ່ອງ​ແຈ້ງ​ພັດ­ທະ­ນາ ໃຫ້​ສຳ­ພາດ​ກ່ຽວ​ການ​ໃຫ້​ຄວາມ​ຊ່ວຍ ເຫຼືອ​ແຮງ​ງານ​ລາວ​ທີ່​ຕົກ​ຄ້າງ​ຢູ່​ຕ່າງ­ປະ­ເທດ​ໃນ​ວັນ​ທີ 21 ເມ­ສາ 2020 ວ່າ: ມື້­ນີ້ ຂ້າ­ພະ­ເຈົ້າ​ຮູ້­ສຶກ​ເປັນ​ກຽດ ແລະ ພາກ­ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ມີ​ສ່ວນ​ຮ່ວມ ແລະ ປະ­ກອບ­ສ່ວນ​ຊ່ວຍ​ພັກ-ລັດ­ຖະ­ບານ ກໍ​ຄື​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ຂອງ​ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 06/ນຍ ແລະ ບັນ­ດາ​ມາດ​ຕະ­ການ ແລະ ນະ­ໂຍ­ບາຍ​ຕ່າງໆ​ຂອງ​ລັດ­ຖະ­ບານ ຕິດ​ພັນ​ກັບ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ -19 ເຊິ່ງ​ວຽກ​ງານ​ດັ່ງ­ກ່າວ ແມ່ນ​ໜ້າ­ທີ່​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ກໍ​ຄື​ທຸກ​ພາກ­ສ່ວນ​ໃນ​ທົ່ວ​ສັງ­ຄົມ ທີ່​ຈະ​ຕ້ອງ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ຕໍ່­ສູ້​ກັບ​ສົງ­ຄາມ​ທີ່​ບໍ່​ມີ​ຕົວ​ຕົນ​ໃນ​ຄັ້ງ​ນີ້ ໃຫ້​ໄດ້​ຮັບ​ໄຊ­ຊະ­ນະ​ຢ່າງ​ຈົບ­ງາມ.

    ດັ່ງ­ນັ້ນ ຂ້າ­ພະ­ເຈົ້າ ຂໍ​ຕາງ­ໜ້າ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ​ແຫ່ງ​ຊາດ​ລາວ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ ຂໍ​ເປັນ​ສ່ວນ​ໜຶ່ງ​ເພື່ອ​ປະ­ກອບ­ສ່ວນ​ຕາມ​ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ເອງ ຊ່ວຍ​ສັງ­ຄົມ​ໃນ​ຍາມ​ຫຍຸ້ງ­ຍາກ​ສັບ­ສົນ ເພື່ອ​ຈັດ​ສົ່ງ​ແຮງ​ງານ​ລາວ​ຈາກ​ຕ່າງ­ປະ­ເທດ​ກັບ​ຄືນ​ສູ່​ບ້ານ​ເດີມ​ຂອງ​ເຂົາ­ເຈົ້າ ເຊີ່ງ​ມີ​ລວມ​ມີ​ຈຳ­ນວນ​ຫຼາຍ​ຮ້ອຍ​ຄົນ ແລະ ຈະ​ໄດ້​ເຮັດ​ໃຫ້​ເຂົາ­ເຈົ້າ​ໄດ້​ມີ​ໂອ­ກາດ​ກັບ​ຄືນ​ມາ​ປະ­ເທດ ຢູ່​ກັບ​ຄອບ­ຄົວ​ພໍ່​ແມ່​ດ້ວຍ​ຄວາມ​ປອດ​ໄພ.

    ສຳ­ລັບ​ແຮງ​ງານ​ດັ່ງ­ກ່າວ​ທີ່​ກັບ​ມາ​ນີ້ ລ້ວນ​ແລ້ວ­ແຕ່​ເປັນ​ໄວ​ໜຸ່ມ​ທີ່​ເປັນ​ກຳ­ລັງ​ແຮງ​ທີ່​ສຳ­ຄັນ​ຂອງ​ປະ­ເທດ​ຊາດ ກໍ​ຄື​ສັງ­ຄົມ ປັດ­ຈຸ­ບັນ ປະ­ເທດ​ເຮົາ​ກໍ​ເປັນ​ປະ­ເທດ​ໜຶ່ງ​ທີ່​ມີ​ການ​ລົງ­ທຶນ​ໃນ​ຫຼາຍ​ດ້ານ ເຊິ່ງ​ຍັງ​ຕ້ອງ­ການ​ແຮງ​ງານ​ເປັນ​ນວນ​ຫຼວງ­ຫຼາຍ ດັ່ງ­ນັ້ນ ກໍ​ຈະ​ເປັນ​ການ​ດີ ເພື່ອ​ໃຫ້​ແຮງ​ງານ​ດັ່ງ­ກ່າວ​ໄດ້​ມີ​ສ່ວນ​ຮ່ວມ ແລະ ປະ­ກອບ​ເຂົ້າ​ໃນ​ວຽກ​ງານ​ຕ່າງໆ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ເຊິ່ງ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ​ພວກ​ເຮົາ ກໍ​ມີ​ການ​ດຳ­ເນີນ​ທຸ­ລະ​ກິດ​ຫຼາຍ​ກິດ­ຈະ­ການ​ທີ່​ຍັງ​ມີ​ຄວາມ​ຕ້ອງ­ການ​ແຮງ​ງານ​ທີ່​ໜຸ່ມ­ແໜ້ນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ເຊັ່ນ​ກັນ ແລະ ອີກ​ດ້ານ​ໜຶ່ງ ກໍ​ເພື່ອ​ເປັນ​ການ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ­ຖະ­ບານ ເພື່ອ​ສົ່ງ­ເສີມ​ການ​ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ແຮງ​ງານ​ລາວ ແລະ ເປັນ​ການ​ພັດ­ທະ­ນາ​ສີ­ມື​ແຮງ​ງານ​ໂດຍ​ຜ່ານ​ວຽກ​ງານ​ຕົວ​ຈິງ​ໃຫ້​ຫຼາຍ​ຂຶ້ນ ມີ​ລາຍ​ໄດ້ ມີ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ແນ­ໃສ່​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ.

    ໃນ­ຕໍ່­ໜ້າ ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ​ພວກ​ເຮົາ​ຈະ​ໄດ້​ສືບ­ຕໍ່​ເພີ່ມ​ຄວາມ​ເອົາ­ໃຈ­ໃສ່​ຄົ້ນ­ຄວ້າ ແລະ ປຶກ­ສາ​ຫາ­ລື​ຮ່ວມ​ກັບ​ບັນ­ດາ​ຫົວ­ໜ່ວຍ​ນັກ­ທຸ­ລະ­ກິດ​ຕ່າງໆ ເພື່ອ​ໝູນ​ໃຊ້​ແຮງ​ງານ​ຈຳ­ນວນ​ດັ່ງ­ກ່າວ​ຕາມ​ຄວາມ​ຮູ້​ຄວາມ​ສາ­ມາດ​ຂອງ​ແຕ່​ລະ​ບຸກ­ຄົນ ເຂົ້າ​ໃນ​ແຕ່​ລະ​ວຽກ​ງານ​ໃຫ້​ເໝາະ​ສົມ ໂດຍ​ເປັນ​ກຳ­ລັງ​ແຮງ​ໜຶ່ງ​ປະ­ກອບ​ເຂົ້າ​ໃນ​ວຽກ​ງານ​ດ້ານ​ຕ່າງໆ​ໃຫ້​ໄດ້​ຮັບ​ຜົນ​ດີ ມີ​ຄຸນ​ນະ​ພາບ ແລະ ປະ​ສິດ­ທິ​ຜົນ​ສູງ ເພື່ອ​ຫຼຸດ­ຜ່ອນ​ການ​ຫຼັ່ງ­ໄຫຼ​ຂອງ​ແຮງ​ງານ​ລາວ​ ໄປ​ອອກ­ແຮງ​ງານ​ທີ່​ບໍ່​ຖືກ­ຕ້ອງ​ຢູ່​ຕ່າງ­ປະ­ເທດ​ຕື່ມ ພ້ອມ​ນັ້ນ ກໍ​ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ຂອງ​ພວກ​ເຮົາ ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງ​ເທື່ອ​ລະ​ກ້າວ.

error: Content is protected !!