ເນື່ອງໃນໂອກາດວັນແພດລາວ 18 ມິຖຸນາ ໜູນວຽນມາຮອດອີກວາລະໜຶ່ງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄໍາເຫັນກ່ຽວກັບວັນດັ່ງກ່າວວ່າ:

ວັນແພດລາວ ແມ່ນວັນໜຶ່ງທີ່ເປັນປະຫວັດສາດອັນລໍ້າຄ່າຂອງຂະແໜງການສາທາລະນະສຸກ ເປັນວັນສ້າງຂະບວນການກິດຈະກໍາຕ່າງໆເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມ ຄວາມດີ ຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ ການສະເຫຼີມສະຫຼອງວັນແພດລາວ 18 ມີຖຸນາ ຍັງເປັນການປຸກຈິດສໍານຶກໃຫ້ແກ່ພະນັກງານແພດໝໍ ພະຍາບານ ພະນັກງານສາທາລະນະສຸກລາວ ຮູ້ສືບທອດຮໍ່າຮຽນເອົາແບບຢ່າງອັນດີງາມຂອງແພດໝໍ ພະນັກງານສາທາລະນະສຸກຮຸ່ນກ່ອນ ອອກແຮງຝຶກຝົນຫຼໍ່ຫຼອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັັດ ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ ເປັນນັກຮົບເສື້ອຂາວປະຕິວັດຂອງພັກ ຄະນະພັກ ຄະນະນໍາກະຊວງສາທາລະນະສຸກ ພ້ອມພະນັກງານສາທາລະນະສຸກໃນທົ່ວປະເທດມີຄວາມເອກອ້າງທະນົງໃຈ ມີຄວາມເບີກບານມ່ວນຊື່ນຕໍ່ການໝູນວຽນມາຂອງວັນແພດລາວ ພ້ອມນີ້ ຄະນະພັກ ຄະນະນໍາສາທາລະນະສຸກ ພ້ອມພະນັກງານສາທາລະນະສຸກໃນທົ່ວປະເທດ ຂໍສະແດງຄວາມຮູ້ບຸນຄຸນຕໍ່ຜູ້ນໍາພັກ-ລັດຮຸ່ນກ່ອນ ແລະ ຮຸ່ນປັດຈຸບັນ ທີ່ໄດ້ໃຫ້ການສຶກສາອົບຮົມພະນັກງານແພດໝໍ ພ້ອມທັງຊີ້ທິດເຍືອງທາງໃນການພັດທະນາວຽກງານສາທາລະນະສຸກ ນັບແຕ່ມື້ສ້າງຕັ້ງສາທາລະນະສຸກສູນກາງ ໃນວັນທີ 18 ມີຖຸນາ 1965 ມາເຖິງປັດຈຸບັນ.


ການສະເຫຼີມສະຫຼອງວັນແພດລາວໃນປີນີ້ ພວກເຮົາມີແຜນແຈ້ງໃຫ້ແຕ່ລະພາກສ່ວນ ນັບແຕ່ສູນກາງຮອດແຂວງ ແລະ ນະຄອນນະຄອນຫຼວງ ໃຫ້ມີການເຄື່ອນໄຫວວຽກງານຄື: ໃຫ້ຈັດຕັ້ງການໂຮມຊຸມນຸມເຜີຍແຜ່ ສະເຫຼີມສະຫຼອງວັນແພດລາວໃຫ້ເປັນຂະບວນການຟົດຟື້ນ ແລະ ຈັດສໍາພາດຄວາມຮູ້ສຶກຂອງແພດຜູ້ອາວຸໂສ ພະນັກງານຫຼັກແຫຼ່ງ ຊ່ຽວຊານ ບຸກຄົນ ວຽກດີຄົນເດັ່ນ ແລະ ພະນັກງານບໍານານ ຕໍ່ວັນແພດລາວ ຜ່ານບັນດາສື່ມວນຊົນ ໃຫ້ຈັດກິດຈະກໍາຕ່າງໆທີ່ເໝາະສົມເຊັ່ນ: ກວດສຸຂະພາບໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ແລະ ອະນາໄມສາມສະອາດ ກອງປະຊຸມວິຊາການ ແລະ ອື່ນໆ ໃຫ້ຕິດຄໍາຂວັນ ປ້າຍໂຄສະນາຢູ່ສໍານັກງານ ແລະ ສະຖານທີ່ບໍລິການສາທາລະນະສຸກ ນັບແຕ່ວັນທີ 15 ມີຖຸນາ 2021 ເປັນຕົ້ນໄປ ສໍາລັບເນື້ອໃນຄໍາຂວັນ ແລະ ປ້າຍໂຄສະນາມີຄື: ຊົມເຊີຍວັນແພດລາວທີ 18 ມີຖຸນາ ຢ່າງສຸດໃຈ ສູ້ຊົນປະຕິບັດຈັນຍາບັນ ຈັນຍາທໍາຂອງແພດໃຫ້ປາກົດຜົນເປັນຈິງ ໃຫ້ສົມທົບອໍານາດການປົກຄອງແຕ່ລະຂັ້ນ ໃນການປະສານງານ ແລະ ຈັດຕັ້ງປະຕິບັດສະເຫຼີມສະຫຼອງວັນແພດລາວໃຫ້ມີເນື້ອໃນ ແລະ ຄວາມໝາຍ ມີການນໍາໃຊ້ງົບປະມານແບບປະຢັດມັດທະຍັດ ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຄໍາສັ່ງ ແລະ ແຈ້ງການຂອງນາຍົກລັດຖະມົນຕີ ແລະ ຂອງຄະນະສະເພາະກິດຢ່າງເຂັ້ມງວດ.

.# ຂ່າວ & ພາບ: ຂັນທະວີ