ໃຫ້ກໍາລັງໃຈແພດໝໍປະຕິບັດໜ້າທີ່ສັກວັກຊິນປ້ອງກັນພະຍາດໂຄວິດ-19

    ວັນທີ 17 ມິຖຸນາ 2021 ທ່ານ ສະໜອງ ກອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກັບພໍ່ແມ່ປະຊາຊົນ ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

    ການລົງເຄື່ອນໄຫວຄັ້ງນີ້ ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທີມງານແພດໝໍທີ່ໄດ້ສຸມເຫື່ອເທແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ ພ້ອມນັ້ນ ຍັງໄດ້ກວດກາເບິ່ງຄວາມເປັນລະບຽບຮຽບຮ້ອຍຂອງການໃຫ້ບໍລິການວັກຊິນປ້ອງກັນໂຄວິດ-19 ທີ່ສູນການຄ້າລາວ-ໄອເຕັກ ເປັນຕົ້ນແມ່ນການຮັກສາໄລຍະຫ່າງ ມາດຕະການປ້ອງກັນລະຫວ່າງທີມແພດຜູ້ໃຫ້ບໍລິການ ແລະ ປະຊາຊົນທີ່ມາຮັບການບໍລິການ ແລະ ມາດຕະການລະຫວ່າງປະຊາຊົນທີ່ມາຮັບການບໍລິການດ້ວຍກັນ ສໍາລັບຈຸດດັ່ງກ່າວໄດ້ໃຫ້ບໍລິການສັກວັກຊິນປ້ອງກັນໂຄວິດໄຟເຊີ ເຂັມທີ 1 ຊີໂນຟາມເຂັມ 1 ແລະ ອາສຕຣາຊີເນກ້າ ເຂັມ 2 ເລີ່ມແຕ່ເວລາ 8 ໂມງເຊົ້າ ຫາ 16:00 ໂມງແລງ ແຕ່ວັນທີ 17-25 ມິຖຸນາ 2021 ນອກຈາກນີ້ແລ້ວ ທົ່ວເມືອງໄຊເສດຖາຍັງມີຈຸດບໍລິການວັກຊິນປ້ອງກັນໂຄວິດ-19 ຢູ່ໂຮງໝໍເມືອງໄຊເສດຖາ ແລະ ໂຮງຮຽນມິດຕະພາບລາວ-ຫວຽດນາມຕື່ມອີກ.

    ນອກນີ້ ທ່ານ ສະໜອງ ກອງຊະນະ ຍັງໄດ້ຢ້ຽມຢາມ ແລະ ໃຫ້ກໍາລັງໃຈທີມແພດໝໍເມືອງໄຊທານີທີ່ກໍາລັງໃຫ້ບໍລິການວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ສະໂມສອນເມືອງດັ່ງກ່າວອີກດ້ວຍ.

.# ຂ່າວ & ພາບ: ຂັນທະວີ

 

error: Content is protected !!