ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 10/ກມສພ ລົງວັນທີ 12/3/2021 ວ່າດ້ວຍອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 310/ຄລສພ ລົງວັນທີ 4/1/2021 ວ່າດ້ວຍການຮັບເອົາຄະນະບໍລິ ຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ແລະ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 09/ຄລສພ ລົງວັນທີ 2/2/2021 ວ່າດ້ວຍການຮັບຮອງເອົາຄະນະ ບໍລິຫານງານສູນກາງສະຫະພັນກຳມະບານລາວສະໄໝທີ IV.

ໃນວັນທີ 15 ມິຖຸນາຜ່ານມານີ້ ທີ່ ສກລ ຈຶ່ງໄດ້ຈັດພິທີມອບ-ຮັບໜ້າທີ່ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ລະຫວ່າງທ່ານ ປ້ານ ນ້ອຍມະນີ ອະດີດກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນ ບຳນານ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສະຫະພັນກຳມະບານລາວ (ຜູ້ໃໝ່) ຊຶ່ງມີຮອງປະທານ ພ້ອມດ້ວຍຫົວໜ້າກົມ ເຂົ້າຮ່ວມ .
# ຂ່າວ-ພາບ: ໄຊບັນດິດ
.