ຕາມການລາຍງານຈາກທ່ານ ດວງຕາ ຈັນທະວົງສາ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ຜູ້ຊີ້ນໍາວຽກງານປູກຝັງ ໃນວັນທີ 17 ມິຖຸນາ 2021 ນີ້ວ່າ: ທົ່ວເມືອງສັງທອງ ມີເນື້ອທີ່ແຜນການຜະລິດເຂົ້ານາປີ ສົກປີ 2020-2021 ທັງໝົດ 8.500 ເຮັກຕາ ໃນນັ້ນ ເນື້ອທີ່ນາດໍາ 5.460 ເຮັກຕາ ນາຫວ່ານ 3.040 ເຮັກຕາ ເຊິ່ງໄດ້ເລີ່ມລົງມືທໍາການຜະລິດມາຕັ້ງແຕ່ຕົ້ນເດືອນມິຖຸນາ ມາຮອດປັດຈຸບັນ ຊາວກະສິກອນພວມຂຸ້ນຂ້ຽວປັກດໍາເຂົ້ານາປີສໍາເລັດແລ້ວ 2.948 ເຮັກຕາ ເທົ່າກັບ 45% ຄາດຄະເນວ່າຈະສູ້ຊົນໃຫ້ສໍາເລັດ 100% ໃນກາງເດືອນກໍລະກົດ 2021 ນີ້.

ນອກຈາກນີ້ ຍັງໄດ້ຊຸກຍູ້ການຜະລິດພືດຜັກລະດູຝົນເນື້ອທີ່ແຜນການ 360 ເຮັກຕາ ມາຮອດປັດຈຸບັນ ຜັກກິນໃບປະຕິບັດໄດ້ 33,1 ເຮັກຕາ ຜັກກິນໝາກ 28,6 ເຮັກຕາ ຜັກກິນຫົວ 90,7 ເຮັກຕາ ພືດອຸດສາຫະກໍາເນື້ອທີ່ແຜນການ 760 ເຮັກຕາ ປັດຈຸບັນປະຕິບັດໄດ້ 201 ເຮັກຕາ ໄມ້ໃຫ້ໝາກເນື້ອທີ່ແຜນການ 220 ເຮັກຕາ ປະຕິບັດໄດ້ 42,5 ເຮັກຕາ.
# ຂ່າວ & ພາບ: ວຽງມາ