ວັນທີ 16 ມິຖຸນາ 2021 ທີ່ຫ້ອງວ່າການແຂວງໄຊຍະບູລີ ໄດ້ມີຫຼາຍພາກສ່ວນ ເປັນຕົ້ນແມ່ນບັນດາບໍລິສັດ ລັດວິສາຫະກິດ ແມ່ຄ້າຊາວຂາຍ ພໍ່ແມ່ປະຊາຊົນ ບັນດາກົມກອງອ້ອມຂ້າງແຂວງ ແລະ ແຂວງ ຫຼວງພະບາງ ໄດ້ນຳເອົາວັດຖຸຈິດໃຈ ເຄື່ອງໃຊ້ເຮືອນຄົວທີ່ຈໍາເປັນ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ມາມອບໃຫ້ຫ້ອງວ່າການແຂວງ ເພື່ອນຳໄປຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດນ້ຳຖ້ວມຢູ່ບັນດາເມືອງ ພາຍໃນແຂວງໄຊຍະບູລີ ໂດຍສະເພາະແມ່ນ 39 ບ້ານຂອງເມືອງໄຊຍະບູລີ ທີ່ໄດ້ຮັບຜົນກະທົບໜັກ.

ພາກສ່ວນທີ່ນຳເອົາເຄື່ອງວັດຖຸ-ຈິດໃຈມາມອບຄັ້ງນີ້ປະກອບມີ: ອົງການປົກຄອງແຂວງຫຼວງພະບາງ ມອບນໍ້າດື່ມ ແລະ ເຂົ້າສານ ລວມມູນຄ່າ 50 ລ້ານກີບ ບໍລິສັດ ອາສາ ວິສະວະກໍາໄຟຟ້າ ຈໍາກັດ ມອບເງິນ 10 ລ້ານກີບ ກອງພົນທະຫານຮາບທີ 2 ມອບນໍ້າດື່ມ ແລະ ໝີ່ສຳເລັດຮູບໄວໆ ລວມມູນຄ່າ 6 ລ້ານກີບ ຫ້ອງການສະຫະພັນແມ່ຍິງແຂວງໄຊຍະບູລີ ມອບນໍ້າດື່ມໝີ່ໄວໆ ປາກະປ໋ອງ ຢາສີຟັນ ລວມມູນຄ່າ 4,1 ລ້ານກີບ ເມືອງຫົງສາ ມອບນໍ້າດື່ມ ແລະ ເງິນ ລວມມູນຄ່າ 15 ລ້ານກີບ ຄອບຄົວທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ມອບເງິນ 2 ລ້ານກີບ ສະພາປະຊາຊົນແຂວງ ມອບນໍ້າດື່ມ ໝີ່ໄວໆ ໄຂ່ ປາກະປ໋ອງ ລວມມູນຄ່າ 7,5 ລ້ານກີບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ວມແຂວງ ມອບນໍ້າດື່ມ ແລະ ໝີ່ໄວໆ ລວມມູນຄ່າ 2,5 ລ້ານກີບ ຫ້ອງການແນວລາວສ້າງຊາດແຂວງ ມອບເງິນ 1,5 ລ້ານກີບ ພະແນກອຸດສາຫະກໍາ-ການຄ້າແຂວງ ມອບເງິນ 1 ລ້ານກີບ ໂຮງງານປຸງແຕ່ງໄມ້ເມືອງເງິນ ມອບເງິນ 3 ລ້ານກີບ ບໍລິສັດ PSC ກໍ່ສ້າງເຄຫາສະຖານ ຈໍາກັດ ມອບເງິນ 5 ລ້ານກີບ ເມືອງຊຽງຮ່ອນ ມອບເຂົ້າສານ ມູນຄ່າ 6,5 ລ້ານກີບ ໃຫ້ກຽດກ່າວຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນຊັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ຮອງເຈົ້າແຂວງ ກໍ່ໄດ້ສະແດງຄວາມ ຂອບໃຈຕໍ່ພາກສ່ວນຕ່າງໆທີ່ ໄດ້ນຳເອົາວັດຖຸປັດໄຈ ແລະ ເຄື່ອງໃຊ້ຕ່າງໆມາມອບໃຫ້ຄັ້ງນີ້ ເພື່ອຈະນໍາໄປຊ່ວຍເຫຼືອແກ່ປະຊາຊົນທີ່ຖືກເຄາະຮ້າຍຈາກໄພພິບັດດັ່ງກ່າວ.
# ຂ່າວ -ພາບ: ວຽງມາ