ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຢ້ຽມຢາມຕະຫຼາດບຶງທາດຫຼວງ

    ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ທິດຊີ້ນໍາຢູ່ຕະຫຼາດບຶງທາດຫຼວງ (ເຂດເສດຖະກິດບຶງທາດຫຼວງ ເມືອງໄຊເສດຖາ) ວັນທີ 17 ມິຖຸນາ 2021 ຖືກຕ້ອນຮັບຈາກທ່ານ ພອນປະເສີດ ອິນທະສອນ ປະທ່ານກຸ່ມບໍລິສັດ 3S ພັດທະນາ ຈໍາກັດຜູ້ດຽວ ພ້ອມຄະນະ.

    ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ບໍລິຫານຕະຫຼາດບຶງທາດຫຼວງ ລາຍງານສະພາບຄວາມເປັນມາຂອງຕະຫຼາດບຶງທາດຫຼວງໂດຍຫຍໍ້ ຈາກນັ້ນ ທ່ານ ພູຂົງ ບັນນະວົງ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາວ່າ: ໃຫ້ຜູ້ສໍາປະທານຕະຫຼາດແຫ່ງນີ້ສືບຕໍ່ເພີ່ມທະວີມາດຕະການປ້ອງກັນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮັບປະກັນໃຫ້ໄດ້ ບໍ່ໃຫ້ມີບັນຫາຂໍ້ຂັດແຍ່ງໃນການດໍາເນີນທຸລະກິດ ປະຕິບັດລະບຽບກົດໝາຍ ນິຕິກໍາກ່ຽວຂ້ອງຢ່າງເຂັ້ມງວດ ຮັບປະກັນມີຄວາມສະເໜີພາບທາງດ້ານກົດໝາຍ ແລະ ຍຸຕິທໍາ ພ້ອມນັ້ນ ຕ້ອງໄດ້ຄົ້ນຄິດຮູບແບບການບໍລິການແບບໃໝ່ໃຫ້ທັນກັບສະພາບການພັດທະນາ ແລະ ການຂະຫຍາຍຕົວຂອງສັງຄົມ ນອກນີ້ ສະເໜີໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດ ຄົ້ນຄວ້າຄືນ ຮູບແບບການບໍລິການຕະຫຼາດໃຫ້ມີຄວາມທັນສະໄໝ ບໍ່ແມ່ນຮູບແບບຄືຕະຫຼາດຊົນນະບົດ ເນື່ອງຈາກວ່າຈຸດດັ່ງກ່າວຈະສ້າງເປັນເມືອງທັນສະໄໝ.

.# ຂ່າວ & ພາບ: ຂັນທະວີ

error: Content is protected !!