ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຕາງໜ້າຄະນະ ຖະແຫຼງຂ່າວປະຈຳວັນ ກ່ຽວກັບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ໃນວັນທີ 17 ມິຖຸນາ 2021 ຢູ່ກະຊວງສາທາລະນະສຸກວ່າ

ປັດຈຸບັນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 177.780.318 ຄົນ (ໃໜ່ 422.951 ຄົນ) ເສຍຊີວິດສະສົມ 3.847.954 ຄົນ (ໃໝ່ 11.205 ຄົນ) ແລະ ປີ່ນປົວຫາຍດີ 162.277.265 ຄົນ ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

ໃນວັນທີ 16 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.801 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ປິ່ນປົວຫາຍດີສະສົມທັງໝົດ 1.924 (ຫາຍດີວັນນີ້ 14) ແລະ ກຳລັງປິ່ນປົວ 107 ກໍລະນີ ປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2.034 ຄົນ (ໃໝ່ 1 ກໍລະນີ) ເພດຊາຍ ອາຍຸ 24 ປີ (ບໍ່ມີພະຍາດປະຈຳຕົວ) ອາຊີບກຳມະກອນ ຢູ່ບ້ານໜອງດ້ວງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວເປັນກຸ່ມສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.
# ຂ່າວ & ພາບ: ຊິລິການດາ