ທ່ານ ດຣ ນາງ ຈັນສະໝອນ ຈິດຕະກອນ ຫົວໜ້າຫ້ອງການສາທາລະນະສຸກເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 17 ມິຖຸນາ 2021 ວ່າ: ໃນການຈັດຕັ້ງປະຕິບັດການສັກວັກຊີນໃນຮອບທີ 2 ເຂັມທີ 1 ຊີໂນຟາມ ແລະ ຟາຍເຊີ ເມືອງຂອງພວກເຮົາແມ່ນໄດ້ກຳນົດ 3 ຈຸດສັກຢາ ຄື ຈຸດໂຮງໝໍເມືອງ ແມ່ນຕອນເຊົ້າຮັບສັກວັກຊີນເຂັມທີ 1 ແລະ ເຂັມທີ 2 ຊີໂນຟາມ ສ່ວນພາກບ່າຍ ແມ່ນເປີດສັກວັກຊີນແອັສຕຣາເຊນີກາ ເຂັມທີ 2 ສຳລັບຈຸດວັດຈີນ ກໍຄືມູນນິທິຈີນດົງປ່າແຫຼບ ແມ່ນເປີດສັກຊີໂນຟາມເຂັມທີ 1 ແລະ ເຂັມທີ 2 ສ່ວນຈຸດທີ 3 ປົກຄອງເມືອງຈັນທະບູລີ ສັກຢາຟາຍເຊີໃນກຸ່ມອາຍຸ 60 ປີຂຶຶ້ນໄປ.
ສຳລັບມາດຕະຖານທີ່ຈັດຕັ້ງປະຕິບັດ ກະກຽມໃຫ້ແກ່ການສັກຢາຟາຍເຊີນັ້ນ ແມ່ນໄດ້ອອກແຈ້ງການຫາອຳນາດການປົກຄອງພາຍໃນເມືອງຈັນທະບູລີ ໃນ 30 ບ້ານ ໃຫ້ເກັບກຳເປົ້າໝາຍໃນກຸ່ມອາຍຸ 60 ປີຂຶ້ນໄປ ແລ້ວນຳສົ່ງຂຶ້ນມາໃຫ້ຫ້ອງການສາທາ ລະນະສຸກເມືອງ ເມື່ອໄດ້ຮັບຕົວເລກຂອງກຸ່ມດັ່ງກ່າວແລ້ວ ທາງຫ້ອງການສາທາລະນະສຸກຈຶ່ງໄດ້ດຳເນີນການຈັດຕາຕະລາງນັດໝາຍໃຫ້ແຕ່ລະບ້ານມາສັກຢາຕາມວັນເວລາທີ່ໄດ້ກຳນົດໄວ້ນັ້ນ ເພື່ອຫຼີກລ່ຽງການແອອັດ ກໍຄືການຮັກສາໄລຍະຫ່າງ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໄດ້ມີການຈັດສັນສະຖານທີ່ຢ່າງລະອຽດ ກໍຄືໄດ້ແຈກຢາຍບັດຄິວຢ່າງລະອຽດ ໄດ້ເລີ່ມເປີດສັກຢາມາແຕ່ວັນທີ 15 ເປັນມື້ເປີດສັກທຳອິດ ໃນມື້ນັ້ນ ຍັງມີປະຊາຊົນຈຳນວນໜຶ່ງທີ່ຍັງເຂົ້າໃຈຄາດເຄື່ອນໃນຂໍ້ມູນຂ່າວສານທີ່ອາດຈະຍັງບໍ່ທົ່ວເຖິງ ເຮັດໃຫ້ເຂົ້າໃຈຜິດ ອອກມາຮັບການສັກໃນວັນດຽວກັນ ຈຶ່ງເຮັດໃຫ້ໃນມື້ດັ່ງກ່າວ ມີປະຊາຊົນອອກມາສັກຈຳນວນຫຼາຍ ຕໍ່ກັບເຫດການດັ່ງກ່າວ ແມ່ນໄດ້ມີການອະທິບາຍຊີ້ແຈງໃຫ້ປະຊາຊົນເຂົ້າໃຈ ໂດຍປະກາດໃຫ້ມາຕາມມື້ທີ່ນັດໝາຍ ເພື່ອຫຼຸດຄວາມແອອັດ ຫຼັງຈາກນັ້ນ ປະຊາຊົນກໍໄດ້ເຂົ້າໃຈ ແລະ ປະຕິບັດຕາມ ມາເຖິງປັດຈຸບັນນີ້ ໂດຍລວມແລ້ວແມ່ນສາມາດຈັດຕັ້ງປະຕິບັດໄດ້ມາດຕະການໃນການປ້ອງກັນພະຍາດໂຄວິດ-19.
ຜ່ານການເກັບກຳການຂຶ້ນທະບຽນເບື້ອງຕົ້ນ ພາຍໃນ 30 ບ້ານ ໃນກຸ່ມອາຍຸ 60 ປີ ແມ່ນມີຈຳນວນ 2.800 ຄົນ ແຕ່ພາຍຫຼັງການຈັດຕັ້ງປະຕິບັດຕົວຈິງ ກໍຍັງມີຜູ້ອາຍຸສູງທີ່ບໍ່ໄດ້ລົງທະບຽນກັບບ້ານ ມາຮັບການສັກວັກຊີນເພີ່ມອີກຈຳນວນໜຶ່ງ ໂດຍໄດ້ຢາຍແບບຟອມຢູ່ຈຸດບໍລິການສັກວັກຊີນ ໂດຍໃຫ້ເອົາບັດປະຈຳຕົວ ຫຼື ສຳມະໂນມາຢັ້ງຢືນເພື່ອມາຮັບການສັກຢາວັກຊີນດັ່ງກ່າວ ຫຼັງຈາກສຳເລັດການສັກວັກຊີນໃຫ້ກັບກຸ່ມຜູ້ສູງອາຍຸ 60 ປີຂຶ້ນໄປແລ້ວ ກໍຈະສືບຕໍ່ສັກໃຫ້ກັບຜູ້ທີ່ມີພະຍາດຊຳເຮື້ອຕາມພາຍຫຼັງສຳລັບຢາຟາຍເຊີ ສ່ວນຜູ້ທີ່ມີຮ່າງກາຍແຂງແຮງ ແມ່ນສາມາດໄປຮັບການຊັກວັກຊີນຊີໂນຟາມຕາມຈຸດທີ່ໄດ້ກຳນົດໄວ້ໄດ້ເລີຍ.


ຜ່ານການສັກຢາມາ 2 ມື້ ຄືວັນທີ 15-16 ແມ່ນສາມາດສັກວັກຊີນຟາຍເຊີໃຫ້ຜູ້ສູງອາຍຸໄດ້ 1 ພັນກວ່າຄົນ ເຊິ່ງໃນການເປີດສັກວັກຊີນໃນຮອບໃໝ່ນີ້ ເຫັນໄດ້ວ່າປະຊາຊົນມີຄວາມຕື່ນຕົວສູງ ອອກມາສັກວັກຊີນເພື່ອສ້າງພູມຄຸ້ມກັນປ້ອງກັນພະຍາດໂຄວິດ-19 ສ່ວນຜູ້ທີ່ຈະມາຮັບວັກຊີນປ້ອງກັນໂຄວິດ-19 ນີ້ ແມ່ນຕ້ອງໄດ້ຖືບັດປະຈຳຕົວ ຫຼື ສຳມະໂນຄົວຕິດຕົວມາພ້ອມ ເພື່ອໃຫ້ພະນັກງານແພດໝໍສະດວກໃນການກັ່ນຕອງທາງດ້ານອາຍຸ ເພື່ອເຂົ້າຮັບວັກຊີນ.

ເວົ້າລວມແລ້ວ ບໍ່ວ່າຢາຈະເປັນວັກຊີນຟາຍເຊີ ຊີໂນຟາມ ແອັສຕາຊີເນກາ ກໍລ້ວນແລ້ວແຕ່ມີປະສິດທິພາບໃນການປ້ອງກັນພະຍາດໂຄວິດ-19 ໄດ້ເທົ່າກັນ ພຽງແຕ່ທຸກຄົນຕ້ອງໄດ້ຮັບວັກຊີນໃຫ້ຄົບ 2 ເຂັມຕາມທີ່ກຳນົດ.

ແມ່ຈັນມີ ດວງພະຈັນ ອາຍຸ 90 ປີ ເປັນປະຊາຊົນບ້ານຮ່ອງຄ້າ ເມືອງຈັນທະບູລີ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມດີໃຈຫຼາຍທີ່ຜູ້ອາຍຸສູງໄດ້ມີໂອກາດອອກມາຮັບວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ເຊິ່ງພະຍາດນີ້ເປັນພະຍາດທີ່ແຜ່ລະບາດໄວ ຈຶ່ງເຮັດໃຫ້ຜູ້ສູງອາຍຸແມ່ນມີຄວາມສ່ຽງ ຖ້າຕິດເຊື້ອພະຍາດແລ້ວ ແມ່ນອາດກໍ່ໃຫ້ເກີດການເສຍຊີວິດ ເຊິ່ງການທີ່ຜູ້ອາຍຸສູງໄດ້ຮັບການສັກວັກຊີນແລ້ວ ກໍຈະເປັນການສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ປ້ອງກັນພະຍາດໂຄວິດ-19 ໄດ້ ສະນັ້ນ ຈຶ່ງຂໍຂອບໃຈຕໍ່ຜູ້ທີ່ສະໜັບສະໜູນຊ່ວຍເຫຼືອວັກຊີນໃຫ້ແກ່ ສປປ ລາວ ກໍຄືພັກ-ລັດຖະບານ ທີ່ເປັນຫ່ວງເປັນໄຍຕໍ່ສຸຂະພາບຕໍ່ປະຊາຊົນລາວ ກໍຄືຜູ້ອາຍຸສູງ.
.# ຂ່າວ & ພາບ: ເພັດສະໝອນ