ວັນທີ 16 ມິຖຸນາ 2021 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຮງງານຕັດຫຍິບທຣີໂອ ບ້ານສີເກີດ ເມືອງນາຊາຍທອງ ແລະ ໂຮງງານຕັດຫຍິບຕຣີມາກ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ຊົມພູ ອຸດົມພອນ ຕາງໜ້າອຳນວຍການບໍລິສັດທຣີໂອ (ລາວ) ເອັກສ໌ປອດ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງງານຕັດຫຍິບ ທຣີໂອ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1995 ເປັນການລົງທຶນຂອງຕ່າງປະເທດ 100% ປັດຈຸບັນ ມີພະນັກງານທັງໝົດ 2.789 ຄົນ ວິຊາການຕ່າງປະເທດ 16 ຄົນ ການຜະລິດຕົ້ນຕໍແມ່ນເຄື່ອງນຸ່ງຫົ່ມທຸກຊະນິດ. ໃນ 1 ເດືອນສາມາດຜະລິດໄດ້ 2 ແສນກວ່າຜືນ ມູນຄ່າການສົ່ງອອກຄິດເປັນເງິນກີບປະມານ 27,5 ຕື້ກີບຂຶ້ນໄປ.

ສ່ວນວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທາງໂຮງງານໄດ້ປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດວາງອອກ ໂດຍໄດ້ຕັ້ງຄະນະສະເພາະກິດຂຶ້ນ 11 ຄົນ ເພື່ອຕິດຕາມຄົນເຂົ້າ-ອອກຢ່າງເຂັ້ມງວດເປັນປົກກະຕິ ມີການວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ ໃຊ້ເຈວລ້າງມື ສະບູ ຜ້າອັດ ປາກ-ອັດດັງ ຮັກສາໄລຍະຫ່າງ ປັດຈຸບັນ ພະນັກງານໄດ້ສັກວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມແລ້ວ 598 ຄົນ ສັກເຂັມທີ 1 ມີ 133 ຄົນ ແລະ ຈະຮັບວັກຊິນອີກ 1.633 ຄົນ.

ໂອກາດນີ້ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ໂຮງງານດັ່ງກ່າວເພີ່ມຄວາມເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ ເນື່ອງຈາກວ່າປັດຈຸບັນ ກຸ່ມຜູ້ຕິດເຊື້ອບໍ່ສະແດງອາການ ສະນັ້ນ ການຮັກສາໄລຍະຫ່າງເປັນສິ່ງສຳ ຄັນທີ່ບໍ່ຄວນຖືເບົາ ວັດແທກອຸນຫະພູມ ໃຊ້ຜ້າອັດປາກ-ອັດດັງ ແລະ ໃຊ້ເຈວລ້າງມື.

ຈາກນັ້ນ ທ່ານນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດໂຮງງານຕັດຫຍິບຕຣີມາກ ຈຳກັດ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ແລະ ໄດ້ຮັບຟັງການລາຍງານຈາກທ່ານນາງ ມຸກດາ ແກ້ວສຸດທິພົນ ຜູ້ຈັດການຝ່າຍບໍລິຫານ ໂຮງງານຕັດຫຍິບຕຣີມາກ ຈຳກັດ ວ່າ: ໂຮງງານດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 4 ກຸມພາ 1994 ເປັນການລົງທຶນຂອງຕ່າງປະເທດ 100% ປັດຈຸບັນມີພະນັກງານທັງໝົດ 705 ຄົນ ຍິງ 596 ຄົນ ຄົນຕ່າງປະເທດ 27 ຄົນ ໂດຍເສື້ອຜ້າທີ່ຜະລິດ ແມ່ນສົ່ງອອກໄປຕ່າງປະເທດ.

ສ່ວນມາດຕະການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ປັດຈຸບັນ ພະນັກງານໄດ້ຮັບວັກຊິນແລ້ວ 96% ແຕ່ລະວັນ ໄດ້ມີການວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ ໃສ່ຜ້າອັດປາກ-ອັດດັງ ໃຊ້ສະບູ ເຈວລ້າງມື ແລະ ຮັກສາໄລຍະຫ່າງຕາມຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ໃນໂອກາດນີ້ ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການຜະລິດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນຳໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຕາມຄຳສັ່ງ ຄຳແນະນຳຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເຮັດໃຫ້ບໍລິສັດມີຄວາມສະຫງົບ ປອດໄພ ຫ່າງໄກຈາກພະຍາດໂຄ ວິດ-19.
# ຂ່າວ-ພາບ: ໄຊບັນດິດ