ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ຄົບຮອບ 16 ປີ (14/06/2005-14/06/2021) ພ້ອມທັງເປັນປະກອບສ່ວນຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ກໍຄືຄົນເຈັບທີ່ນອນຮັກສາຕົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໂດຍສະເພາະ ໃນຍາມທີ່ສູນເລືອດຂາດເຂີນເລືອດສະໜອງໃຫ້ແກ່ຄົນເຈັບ ດັ່ງນັ້ນ ວັນທີ 16 ມິຖຸນາ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວໄດ້ຈັດກິດຈະກໍາຮັບບໍລິຈາກເລືອດຂຶ້ນ ເຊິ່ງກິດຈະກໍາຄັ້ງນີ້ ແມ່ນຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມໃຈບໍລິຈາກເລືອດພາຍໃຕ້ຫົວຂໍ້: ເມື່ອຊາດຕ້ອງການ ຊາວໜຸ່ມຂານອາສາ ນໍາພາໂດຍທ່ານ ລິດຕາ ຂັດຕິຍະ ຄະນະປະຈໍາພັກ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ບຸນມາ ຫຼວງບັນດິດ ຄະນະພັກກະຊວງ ກໍາມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ມີບັນດາສະມາຊິກຊາວໜຸ່ມປະມານ 60 ຄົນເຂົ້າຮ່ວມ.
# ຂ່າວ & ພາບ: ວຽງມາ