ຫຼາຍຄົນທີ່ອອກກຳລັງກາຍ ຫຼື ຫຼຸດນ້ຳໜັກອາດເຂົ້າໃຈຜິດວ່າ ຫຼັງຈາກອອກກຳລັງກາຍແລ້ວນັ້ນບໍ່ຄວນທີ່ຈະຮັບປະທານອາຫານປະເພດໃດໆເພາະຈະເຮັດໃຫ້ຕຸ້ຍ ແຕ່ໃນຄວາມເປັນຈິງແລ້ວຫຼັງຈາກອອກກຳລັງກາຍນີ້ແຫຼະ ເປັນເວລາທີ່ຮ່າງກາຍ ຕ້ອງການອາຫານຫຼາຍຢ່າງເຊັ່ນ: ນ້ຳໂປຣຕີນ ແລະ ຄາໂບໄຮເດຣດ ເປັນຢ່າງຍິ່ງ ເພື່ອໃຊ້ໃນການທົດແທນການສູນເສຍ ແລະ ເສີມສ້າງກ້າມເນື້ອນັ້ນເອງ.
ແຕ່ກ່ອນຈະກິນສິ່ງໃດເຂົ້າໄປນັ້ນ ກໍຕ້ອງຂຶ້ນຢູ່ກັບປະລິມານແກລໍຣີທີ່ເຮົາໄດ້ຮັບເຂົ້າໄປ ອາດຈະກິນແບບບໍ່ໃຫ້ຫຼາຍ ຫຼື ໜ້ອຍເກີນໄປຈະດີທີ່ສຸດ ແລະ ທີ່ສຳຄັນ ຄວນຮັບປະທານຫຼັງການອອກກຳລັງກາຍສຳເລັດແລ້ວ 30 ນາທີຂຶ້ນໄປ ເພື່ອຈະໄດ້ບໍ່ເປັນພາລະໜັກໜ່ວງໃຫ້ແກ່ຮ່າງກາຍຂອງຕົນເອງ.
ອາຫານທີ່ຄວນກິນຫຼັງອອກກຳລັງກາຍນັ້ນປະກອບມີ.

1. ໄຂ່: ໄຂ່ໜ່ວຍນ້ອຍໆທີ່ເຮົາເຫັນຢູ່ນັ້ນ ແມ່ນອຸດົມໄປດ້ວຍທາດໂປຣຕີນເຖິງ 6.3 ກຣາມ ແລະ ໃນໜ່ວຍໜຶ່ງກໍມີພຽງ 70 ແກລໍຣີເທົ່ານັ້ນ ເຊິ່ງເອີ້ນໄດ້ວ່າ ໄຂ່ ເປັນໜຶ່ງໃນອາຫານຈາກທຳມະຊາດໄດ້ເປັນຢ່າງດີຈຶ່ງບໍ່ແປກໃຈທີ່ເຮົາມັກຈະເຫັນຜູ້ທີ່ຄວບຄຸມນ້ຳໜັກ ຫຼື ແມ່ນແຕ່ນັກເພາະກາຍກໍມັກຈະກິນໄຂ່ກັນເປັນພິເສດ ເພາະມີປະໂຫຍດລ້ວນໆແບບນີ້ ນັກອອກກຳລັງກາຍຈຶ່ງບໍ່ຄວນພາດ.

2. ນ້ຳສົ້ມຄັ້ນສົດ: ນອກຈາກທ່ານຈະໄດ້ວິຕາມິນຊີ ໃນນ້ຳສົ້ມຄັ້ນແລ້ວ ຍັງຈະໄດ້ຮັບຄຸນປະໂຫຍດຈາກທາດໂປຕາສຊຽມ ເຊິ່ງສາມາດຊ່ວຍໃຫ້ຮ່າງກາຍຂອງເຮົາສົດຊື່ນຂຶ້ນມາ ນ້ຳສົ້ມຄັ້ນ ຈຶ່ງເປັນສິ່ງທີ່ຄວນດື່ມພາຍຫຼັງຈາກການອອກກຳລັງກາຍ.

3. ໝາກກ້ວຍ: ຈັດເປັນອາຫານທີ່ມີຄຸນຄ່າທາງໂພສະນາການສູງຢ່າງຍິ່ງ ເນື່ອງຈາກອຸດົມໄປດ້ວຍທາດໂປຣຕີນ ຄາໂບໄຮເດຣດ ຟອສຟໍຣັສ ທາດເຫຼັກ ວິຕາມິນA ອີກທັງຍັງມີແມກນິຊຽມ ແລະ ທີ່ສຳຄັນນັ້ນ ຄາໂບໄຮເດຣດໃນກ້ວຍ ສາມາດດູດຊຶມໄດ້ຢ່າງວ່ອງໄວ ເມື່ອຮັບປະທານເຂົ້າໄປແລ້ວຫຼັງຈາກການອອກກຳລັງກາຍ ຈຶ່ງສາມາດຊ່ວຍເສີມສ້າງກ້າມເນື້ອ ແລະ ຟືນຟູຮ່າງກາຍໄດ້ດີຫຼາຍ.

4. ປາແຊລມອນ: ກິນປາແຊລມອນນັ້ນ ຮ່າງກາຍບໍ່ພຽງແຕ່ຈະໄດ້ຮັບໂປຣຕີນ ແຕ່ຍັງຈະໄດ້ຮັບສານໂອເມກ້າ 3 ອີກດ້ວຍ ເຊິ່ງສານໂອເມກ້າ 3 ທີ່ພົບໃນປາແຊລມອນນັ້ນ ຍັງສາມາດຊ່ວຍສ້າງກ້າມເນື້ອ ແລະ ເພີ່ມປະສິດທິພາບໃນການເຮັດວຽກຂອງກ້າມເນື້ອໃຫ້ຫຼາຍຂຶ້ນອີກດ້ວຍ.

5. ບລູເບີຣີ : ເປັນໝາກໄມ້ທີ່ມີສານຕ້ານອະນຸມູນອິດສະຫຼະຂ້ອນຂ້າງສູງ ເຊິ່ງມີທີມງານວິໄຈອອກມາວ່າ ບລູເບີຣີ ສາມາດຊ່ວຍເພີ່ມອັດຕາການຟື້ນຕົວຫຼັງຈາກການອອກກຳລັງກາຍໜັກໆໄດ້.

6. ຖົ່ວ ແລະ ໝາກໄມ້ອົບແຫ້ງ: ຫາກທ່ານເກີດຢາກກິນແບບຂະໜົມຫຼັງຈາກອອກກຳລັງກາຍ ກໍນຶກເຖິງປະເພດຖົ່ວ ແລະ ໝາກໄມ້ອົບແຫ້ງເປັນອັນດັບທຳອິດ ເພາະເນື່ອງຈາກວ່າທັງສອງສິ່ງທີ່ກ່າວເຖິງຢູ່ນີ້ ມີໂປຣຕີນ ແລະ ຄາໂບໄຮເດຣດ ທີ່ຮ່າງກາຍສາມາດດູດຊຶມໄດ້ຢ່າງວ່ອງໄວ ດັ່ງນັ້ນ ຫຼັງຈາກອອກກຳລັງກາຍຄວນຈະກິນສິ່ງເຫຼົ່ານີ້ປະມານ 1 ຫຼື 2 ກຳມື ເຊິ່ງຖົ່ວມີປະໂຫຍດຕໍ່ການສ້າງກ້າມເນື້ອຫຼາຍທີ່ສຸດນັ້ນແມ່ນປະເພດຖົ່ວເຫຼືອງ ເພາະເຄິ່ງຖ້ວຍຂອງຖົ່ວເຫຼືອງ ມີໂປຣຕີນສູງເຖິງ 34 ກຣາມ.

7.ໝາກນັດ: ຖືໄດ້ວ່າເປັນໝາກໄມ້ທີ່ມີວິຕາມິນຊີສູງ ອີກທັງໃນໝາກນັດ ຍັງມີສານ ບຣໍມີເລນ (Bromelain) ເຊິ່ງສານນີ້ ນອກຈາກຈະຊ່ວຍຍ່ອຍໂປຣຕີນໄດ້ແລ້ວ ຍັງສາມາດຊ່ວຍຕ້ານການອັກເສບ ຮັກສາອາການ ຊ້ຳ ແລະ ເຄັດຂໍ້ໄດ້ເປັນຢ່າງດີ ທີ່ສຳຄັນວິຕາມິນຊີໃນໝາກນັດຍັງເປັນອົງປະກອບສຳຄັນໃນການຊ່ວຍທົດແທນເນື້ອເຍື່ອ ທີ່ສູນເສຍຈາກການອອກກຳລັງກາຍອີກດ້ວຍ.

8. ມັນດ້າງ: ຖືເປັນອາຫານເພື່ອສຸຂະພາບທີ່ດີເລີດກໍວ່າໄດ້ ເພາະໃນມັນດ້າງແມ່ນປະກອບໄປດ້ວຍວິຕາມິນຕ່າງໆຢ່າງຫຼວງຫຼາຍ ເຊັ່ນ: ວິຕາມິນ B 6 ວິຕາມິນC ວິຕາມິນD ແມກນິຊຽມໂປຕາສຊຽມ ແລະ ຄາໂບໄຮເດຣດ ເຊິ່ງເໝາະຢ່າງຍິ່ງທີ່ຈະນຳມາຮັບປະທານ ຫຼັງຈາກການອອກກຳລັງກາຍແລ້ວ.

9. ໝາກກີວີ: ເປັນໝາກໄມ້ອີກຊະນິດໜຶ່ງ ທີ່ອຸດົມໄປດ້ວຍວິຕາມິນຊີ ແລະ ໂປຕາສຊຽມ ທີ່ມີສ່ວນຊ່ວຍຕ້ານອະນຸມູນອິດສະຫຼະ ສາມາດເສີມສ້າງກ້າມເນື້ອພາຍຫຼັງການອອກກຳລັງກາຍໄດ້ດີບໍ່ແພ້ອາການຊະນິດອື່ນໆ.

10. ນ້ຳດື່ມ : ຜິວສູນເສຍຄວາມຊຸ່ມຊື່ນ ອາດເກີດຂຶ້ນໄດ້ຫຼັງຈາກທີ່ເຮົາອອກກຳລັງກາຍ ດັ່ງນັ້ນ ເພື່ອເຮັດໃຫ້ຄວາມສົດຊື່ນກັບຄືນມາ ຫຼັງຈາກອອກກຳລັງກາຍ ໃຫ້ສັງເກດເບິ່ງວ່າ ນ້ຳໜັກຂອງຕົນເອງຫຼຸດໄປເທົ່າໃດ ຫາກຫຼຸດໄປເທົ່າໃດ ກໍໃຫ້ດື່ມນ້ຳກັບໄປເທົ່ານັ້ນ ເຊິ່ງປະລິມານນ້ຳທີ່ແນະນຳແມ່ນໃຫ້ດື່ມຫຼັງອອກກຳລັງກາຍປະມານ 2 – 3 ຈອກ ກໍເໝາະສົມ.