ອາສາສະໝັກກາແດງລາວ ກະກຽມເຄື່ອງຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ປະສົບໄພ

    ໃນວັນທີ 16 ມີຖຸນາ 2021 ອາສາສະໝັກອົງການກາແດງລາວ ທີ່ມາຈາກໂຮງຮຽນມັດທະຍົມສຶກ ສາຕອນປາຍມິດຕະພາບນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ (ມ ປາຍ ສີໂຄຕະບອງ) ມະຫາວິທະຍາ ໄລແຫ່ງຊາດ ພ້ອມກັນກະກຽມເຂົ້າສານ ອາຫານແຫ້ງ ນ້ຳດື່ມ ຢາປົວພະຍາດ ແລະ ເຄື່ອງສຸຂະອະນາໄມ ເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

    ໂອກາດນີ້ ອົງການກາແດງລາວ ຂໍເຊີນຊວນຜູ້ປະກອບການ ບໍລິສັດ ຫ້າງຮ້ານ ກໍຄືພໍ່ແມ່ປະຊາຊົນ ບັນດາເຜົ່າໃນຂອບເຂດທົ່ວປະເທດ ປະກອບສ່ວນເພື່ອກະກຽມເຄື່ອງຊ່ວຍເຫຼືອນຳໄປມອບໃຫ້ພໍ່ແມ່ປະຊາຊົນເພື່ອບັນເທົາທຸກໃນເບື້ອງຕົ້ນ ເພື່ອໃຫ້ທວ່ງທັນເວລາ ແລະ ຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບໃນຄັ້ງນີ້.

    ສາມາດຮ່ວມປະກອບສ່ວນທີ່ອົງການກາແດງລາວ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ ຫຼື ໂທລະສັບ 021 253014 ໄດ້ຕາມໂມງເວລາລັດຖະການ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!