ປະຊາຊົນຊາວນະຄອນຫຼວງວຽງຈັນ ກຸ່ມເປົ້າໝາຍຜູ້ທີ່ມີເງື່ອນໄຂອາຍຸແຕ່ 18-59 ປີ (ບໍ່ມີພະຍາດຕິດຕົວ) ໄດ້ພ້ອມກັນໄປຮັບວັກຊີນ Sinopharm ເຂັມທີ 1 ແລະ 2 ຢູ່ຈຸດບໍລິການມູນນິທິຈີນ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອສ້າງພູມຄຸ້ມກັນໃຫ້ຮ່າງກາຍປະຊາຊົນໃຫ້ຄົບຕາມກຳນົດ ໂດຍຈຸດບໍລິການດັ່ງກ່າວ ໄດ້ບໍລິການປະຊາຊົນແຕ່ວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ ພາກເຊົ້າເລີ່ມເວລາ 8:00-11:30 ໂມງ ພາກບ່າຍ 13:00-15:00 ໂມງ ເພື່ອແນໃສ່ເຮັດໃຫ້ປະຊາຊົນຢູ່ເຂດອ້ອມຂ້າງ ແລະ ທົ່ວໄປໄດ້ຮັບວັກຊີນຢ່າງທົ່ວເຖິງ.
ທ່ານ ນາງ ບົວວານ ນາມມະນີ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການສັກວັກຊິນຄັ້ງນີ້ ລັດຖະບານ ກໍຄືກະຊວງສາທາລະນະສຸກໄດ້ຈັດແບ່ງສະຖານທີ່ສັກວັກຊິນຢູ່ຫຼາຍແຫ່ງ ເພື່ອໃຫ້ປະຊາຊົນພາຍໃນປະເທດ ລວມທັງຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ໄດ້ມາສັກຢ່າງທົ່ວເຖິງ ສະເພາະຢູ່ມູນນິທິຈີນນະຄອຫຼວງວຽງຈັນ ແມ່ນເປີດບໍລິການສະເພາະສັກວັກຊິນ Sinopharm ເຂັມທີ 1 ແລະ 2 ໂດຍຈະໄດ້ປະຕິບັດການສັກໃຫ້ບຸກຄົນທົ່ວໄປທີ່ມີເງື່ອນໄຂຢ່າງບໍ່ມີກຳນົດ ສໍາລັບວັກຊີນ pfizer ແມ່ນຈະສັກຢູ່ຕາມຈຸດທີ່ທາງຄະນະສະເພາະກິດວາງອອກ ຜ່ານມາ ການເປີດໃຫ້ບໍລິການປະຊາຊົນມາເປັນເວລາ 1 ວັນຜ່ານມາ ເຫັນວ່າປະຊາຊົນສ່ວນຫຼາຍໃນກຸ່ມເປົ້າໝາຍ ມີຄວາມຕື່ນຕົວຢາກເຂົ້າມາຮັບວັກຊີນຫຼາຍຂຶ້ນ ໂດຍຄາດວ່າວັນນີ້ ຈະສູ້ຊົນສັກໃຫ້ປະຊາຊົນໃຫ້ໄດ້ 500 ເຂັມ.


ຂໍເຊີນຊວນພະນັກງານ-ລັດຖະກອນ ທະຫານ-ຕໍາຫຼວດ ບໍລິສັດພາກລັດ ແລະ ເອກະຊົນ ຕະຫຼອດຮອດປະຊາຊົນລາວ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ ນວ ໃຫ້ພ້ອມກັນເປັນເຈົ້າການມາຮັບການສັກວັກຊິນປ້ອງກັນໂຄວິດ-19 ໂດຍບໍ່ເສຍຄ່າຕາມສະຖານທີ່ບໍລິການຕ່າງໆທີ່ພາກລັດຕັ້ງຈຸດບໍລິການໃນໂມງລັດຖະການໃຫ້ຫຼາຍຂຶ້ນ.

ນາງ ແນວພັນ ຈະເລີນສຸກ ອາຍຸ 56 ປີ ປະຊາຊົນບ້ານໜອງບົວທອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ ທີ່ໄດ້ມີໂອກາດໄດ້ຮັບວັກຊີນຢູ່ສະຖານທີ່ແຫ່ງນີ້ ໂດຍເພີ່ນໄດ້ໃຫ້ບໍລິການອຳນວຍຄວາມສະດວກເປັນຢ່າງດີ ໄດ້ຈັດສະຖານທີ່ໃຫ້ປະຊາຊົນເຂົ້າຮັບມາຮັກວັກຊີນຢ່າງເປັນລະບົບ ໂດຍສະເພາະ ການເວັ້ນໄລຍະຫ່າງ ສຳລັບຜູ້ມາສັກວັກຊິນ ເພີ່ນກໍໄດ້ແນະນຳໃຫ້ປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດ ຕາມແບບຟອມສອບຖາມກ່ອນສັກວັກຊິນ ເປັນຕົ້ນ ການກວດສຸຂະພາບ ວັດແທກອຸນຫະພູມຮ່າງກາຍ ຄວາມດັນ ແລະ ຕ້ອງເຫັນດີອະນຸຍາດໃຫ້ແພດສັກດ້ວຍຄວາມສະໝັກໃຈ ມີສຸຂະພາບແຂງແຮງດີ ບໍ່ມີພະຍາດປະຈຳຕົວ ພາຍຫຼັງໄດ້ສັກວັກຊິນ ແພດໝໍໄດ້ແນະນຳໃຫ້ນັ່ງພັກຜ່ອນເປັນເວລາ 15-30 ນາທີ ແລ້ວຮັບໃບຢັ້ນຢືນ ຫຼັງຈາກນັ້ນ ແມ່ນໃຫ້ຕິດຕາມສຸຂະພາບຂອງຕົນພາຍໃນ 1 ອາທິດ ຫ້າມບໍ່ໃຫ້ດື່ມເຄື່ອງດື່ມທີ່ມີແອວກໍຮໍ ເຄື່ອງດອງຕ່າງໆ ຖ້າມີອາການຜິດປົກກະຕິ ກໍໃຫ້ແຈ້ງແພດໝໍຢ່າງຮີບດ່ວນ.

# ຂ່າວ & ພາບ : ລັດເວລາ