ແຂວງໄຊຍະບູລີ ເສຍຫາຍເກືອບ 100 ຕື້ກີບ ຈາກໄພນໍ້າຖ້ວມ

    ເລີ່ມແຕ່ວັນທີ 11-14 ມີຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ ເຊິ່ງເນື່ອງມາຈາກຜົນກະທົບຂອງພາຍຸດິເປຣຊັນ (ພາຍຸໂຄກຸມະ) ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີດ້ວຍກຳລັງແຮງເຮັດໃຫ້ເກີດນໍ້າໄຫຼຊຸ ດິນຖະຫຼົ່ມ ນໍ້າຖ້ວມເຮືອນປະຊາຊົນ ຖ້ວມເນື້ອທີ່ການຜະລິດ ເສັ້ນທາງຈໍານວນໜຶ່ງຂາດ ເສົາໄຟຟ້າຫັກໂຄ່ນ ມີ 7 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ ເມືອງພຽງ ເມືອງຄອບ ເມືອງຊຽງຮ່ອນ ເມືອງເງິນ ເມືອງຫົງສາ ແລະ ເມືອງໄຊສະຖານ ໃນນັ້ນ ຢູ່ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ເຮັດໃຫ້ມີຊັບສິນຂອງລັດ ຂອງລວມໝູ່ ແລະ ຂອງພໍ່ແມ່ປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍ. 

    ວັນທີ 16 ມິຖຸນາ 2021 ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງໄຊຍະບູລີ ໃຫ້ການຕ້ອນຮັບມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງໄຊຍະບູລີ ເຂົ້າຮ່ວມ. 

    ໃນໂອກາດດັ່ງກ່າວ ທ່ານ ເພັດພິໄຊ ສູນວິໄວ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໃນການແກ້ໄຂຊ່ວຍເຫຼືອສຸກເສີນໄພພິບັດ ທາງຄະນະນໍາຂອງແຂວງ ຂອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມຢູ່ພາຍໃນເມືອງ ຮ່ວມກັບພະແນກການອ້ອມຂ້າງແຂວງ ລົງຊ່ວຍເຫຼືອໃນການຕອບໂຕ້ໄພພິບັດໃນເບື້ອງຕົ້ນເຊັ່ນ: ເຄື່ອນຍ້າຍປະຊາຊົນຜູ້ທີ່ຕົກຢູ່ໃນໄພອັນຕະລາຍ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງໄປຢູ່ຈຸດປອດໄພ ເຊິ່ງມີກໍາລັງພົນຊ່ວຍເຫຼືອທັງໝົດ 1.250 ຄົນ ມີພາຫະນະຮັບໃຊ້ປະເພດລົດບັນທຸກ 30 ຄັນ ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ 7 ລໍາ ໃນນັ້ນ ການນໍາຂອງແຂວງຫຼວງພະບາງກໍໄດ້ສົ່ງທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ ກໍາລັງກອງບັນຊາການທະຫານເມືອງນານ ພ້ອມພາຫະນະລົດລາກແກ່ ແລະ ລົດບັນທຸກມາຊ່ວຍ ໄດ້ແກ້ໄຂບັນເທົາທຸກເບື້ອງຕົ້ນ ເປັນປະເພດເຄື່ອງນຸ່ງຫົ່ມ ເຂົ້າສານ ອາຫານແຫ້ງ ນໍ້າດື່ມ ພ້ອມທັງລະດົມທຶນຈາກທຸກພາກສ່ວນ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ ຜົນເສຍຫາຍຈາກການເອົາຂໍ້ມູນເບື້ອງຕົ້ນລວມມີ 56 ບ້ານ ມີ 5.248 ຄອບຄົວ ຈໍານວນພົນ 20.992 ຄົນ ຍິງ 8.920 ຄົນ (ສະເພາະເມືອງໄຊຍະບູລີ ໄດ້ຮັບຜົນກະທົບ 39 ບ້ານ) ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 94 ຕື້ກີບ ມີເຮືອນປະຊາຊົນເປ່ເພເສຍຫາຍ 4.221 ຫຼັງຄາເຮືອນ ໃນນັ້ນ ມີເຮືອນປະຊາຊົນ 19 ຫຼັງໄດ້ຖືກນໍ້າພັດໄຫຼໜີ ໄຟຟ້າໄດ້ຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ ຍັງ 9 ບ້ານແກ້ໄຂບໍ່ທັນສໍາເລັດ) ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ບໍ່ສາມາດໃຊ້ໄດ້ 3.500 ໜ່ວຍ) ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາຂ່າຍໄຟຟ້າຖືກຕັດຂາດ 3 ຈຸດ ສ້ອມແປງຄືນໄດ້ແລ້ວ 1 ຈຸດ ຍັງ 2 ຈຸດ ຈັກສູບນໍ້າປະປາຖືກນໍ້າຖ້ວມເປ່ເພ ເຮັດໃຫ້ທົ່ວເມືອງໄຊຍະບູລີບໍ່ສາມາດນໍາໃຊ້ນໍ້າປະປາໄດ້ ເສັ້ນທາງຖືກຕັດຂາດ ເສຍຫາຍທັງໝົດ 25 ເສັ້ນ ຂົວເບຕົງ 5 ແຫ່ງ ທໍ່ດາໂລ 3 ແຫ່ງ ຂົວອູ່ເປ່ເພ 1 ແຫ່ງ ມີພາຫະນະລົດໃຫຍ່ຈົມນໍ້າເປ່ເພ 472 ຄັນ ລົດຈັກຈົມນໍ້າເປ່ເພ 4.840 ຄັນ ເຂົ້າສານຖືກນໍ້າຖ້ວມເສຍ 300 ໂຕນ ໜອງປາ 240 ໜອງ ສະເພາະນໍ້າຖ້ວມຄັ້ງນີ້ ແມ່ນບໍ່ມີຄົນເສຍຊີວິດ.

# ຂ່າວ & ພາບ:  ວຽງມາ

error: Content is protected !!