ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະສະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ປະຈໍາວັນທີ 16 ມິຖຸນາ 2021 ວ່າ: ວັນທີ 15 ມີຖຸນາ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 1.824 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 8 ກໍລະນີ ໃນນີ້ ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງວຽງຈັນ 6 ຄົນ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ໃນນີ້ 2 ຄົນແມ່ນຜູ້ທີ່ລັກອອກຈາກອາພາດເມັນ ອຸດົມພອນ ແລ້ວໄປກັກຕົວຢູ່ໂຮງແຮມ ມີອາການຈິ່ງເກັບຕົວຢ່າງມາກວດ ແລະ ອີກ 2 ຄົນ ແຂວງຈໍາປາສັກ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບມາຈາກປະເທດໄທຖືກຕ້ອງຕາມກົດໝາຍກົດໝາຍ.

# ຂ່າວ & ພາບ: ຂັນທະວີ ພິມມະສອນ