ພິທີມອບ-ຮັບຢາວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 500.000 ໂດສ ແລະ ເຂັມສັກຢາຈໍານວນໜຶ່ງ ທີ່ລັດຖະບານ ສປ ຈີນ ໄດ້ຊ່ວຍຂົນສົ່ງມາມອບໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ອີກເທື່ອໃໝ່ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 15 ມິຖຸນາ 2021 ຢູ່ກະຊວງສາທາລະນະສຸກ ໃຫ້ກຽດກ່າວມອບໂດຍທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີທ່ານ ບຸນແຝງ ພຸມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.



ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ຂໍຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ຈາກລັດຖະບານ ແລະ ປະຊາຊົນຈີນຕະຫຼອດໄລຍະຜ່ານມາ ນັບແຕ່ຕົ້ນເດືອນເມສາ 2021 ເປັນຕົ້ນມາ ຢູ່ ສປປ ລາວ ພະຍາດໂຄວິດ-19 ໄດ້ມີການແຜ່ລະບາດຮອບໃໝ່ ແລະ ຂະຫຍາຍອອກສູ່ວົງກວ້າງ ເຊິ່ງມີຄວາມຮ້າຍແຮງຫຼາຍກວ່າເກົ່າ ແຕ່ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ບວກໃສ່ກັບການຊ່ວຍເຫຼືອອັນທັນການຂອງປະເທດເພື່ອນມິດ ໂດຍສະເພາະແມ່ນ ສປ ຈີນ ເຮັດໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດໄດ້ດີ ອັນໄດ້ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ມີທ່າອ່ຽງຄ່ອຍໆຫຼດລົງ ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ກໍຍັງຕ້ອງໄດ້ເພີ່ມທະວີການເຝົ້າລະວັງ ແລະ ສຸມທຸກກໍາລັງແຮງເຂົ້າໃສ່ການສະກັດກັ້ນການແຜ່ລະບາດຕໍ່ໄປ ແຕ່ເນື່ອງຈາກຄວາມພ້ອມໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງມີຄວາມຈໍາກັດ ເປັນຕົ້ນ ຄວາມຫຍຸ້ງຍາກໃນການກວດຫາເຊື້ອພະຍາດໂຄວິດ-19 ໃຫ້ທົ່ວເຖິງ ນໍ້າຢາ ແລະ ອຸປະກອນໃນການພົ່ນສີດຂ້າເຊື້ອບໍ່ພຽງພໍ ແລະ ຄວາມຕ້ອງການທາງດ້ານວັກຊິນເພື່ອນຳມາສັກໃຫ້ໄດ້ 50% ຂອງຈຳນວນພົນລະເມືອງລາວຕາມແຜນການລັດຖະບານ ສປປ ລາວ ວາງອອກນັ້ນ ຍັງເປັນສິ່ງທ້າທາຍຢູ່ ສະນັ້ນ ຈຶ່ງຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຈີນໃນອະນາຄົດ.
ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍຜ່ານ ສະຫາຍ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ທີ່ເວລາໃດກໍເປັນຫ່ວງເປັນໄຍອັນແທດເຖິງ ແລະ ມອບການຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ລັດຖະບານ ກໍຄືປະຊາຊົນລາວຂອງພວກຂ້າພະເຈົ້າ ອັນໄດ້ສະແດງໃຫ້ເຫັນແຈ້ງເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຈີນ ເຊິ່ງໄດ້ຢືນຢັນເຖິງການເປັນເພື່ອນມິດສະຫາຍ ອ້າຍນ້ອງທີ່ເປັນມູນເຊື້ອ ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ຫັນເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

# ຂ່າວ & ພາບ: ຊິລິການດາ