ປະທານສະພາແຫ່ງຊາດ ພົບປະໂອ້ລົມສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ

    ໃນວັນທີ 14 ມິຖຸນາ 2021 ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ລິນຄໍາ ດວງສະຫວັນ ກຳມະການສຳຮອງສູນກາງພັກ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ທີ່ຫ້ອງປະຊຸມສະພາຫຼັງເກົ່າຂອງແຂວງ ໂດຍມີທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ  ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ກົງແກ້ວ ມີວໍລະຈັກ ໄດ້ລາຍງານກ່ຽວກັບຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ 2 ເຊິ່ງກອງປະຊຸມ ແມ່ນໄດ້ຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງຕາມທີ່ກຳນົດໄວ້ໃນກົດໝາຍ ເປັນຕົ້ນແມ່ນໄດ້ຮັບຮອງເອົາການເລືອກຕັ້ງປະທານສະພາປະຊາຊົນແຂວງຊຸດທີ 2 ເລືອກຕັ້ງເອົາຮອງປະທານສະພາປະຊາຊົນແຂວງ ພ້ອມບັນດາກຳມະການຄະນະປະຈຳສະພາປະຊາຊົນແຂວງ ຮັບຮອງໂຄງປະກອບກົງຈັກສະພາປະຊາຊົນແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກຳມະການ ເລຂາທິການ ໃນຖານະເປັນຜູ້ປະຈຳການ ມີທັງໝົດ 16 ທ່ານ ຍິງ 3 ທ່ານ ໃນນີ້ ຜູ້ປະຈໍາການມີ 13 ທ່ານ ກອງປະຊຸມໄດ້ເລືອກຕັ້ງເອົາຫົວໜ້າອົງການໄອຍະການປະຊາຊົນແຂວງ ປະທານສານປະຊາຊົນແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງເຈົ້າແຂວງ ຮອງເຈົ້າແຂວງສະຫວັນນະເຂດ ຮັບຮອງເອົາໂຄງປະກອບກົງຈັກຂອງອົງການປົກຄອງແຂວງ ເຊິ່ງມີ 15 ພະແນກການ 2 ກອງບັນຊາການ ແລະ 2 ອົງການທຽບເທົ່າພະແນກຂັ້ນແຂວງ ພ້ອມທັງຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກ 18 ພະແນກ.

    ຈາກນັ້ນ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຂອງທ່ານ ໄຊສົມພອນ ພົມວິຫານ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ສະພາປະຊາຊົນແຂວງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ 9 ຈົນໄດ້ຮັບໝາກຜົນຢ່າງຈົບງາມ ພ້ອມນີ້ ກໍຍັງໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ກໍຄືການຈັດຕັ້ງປະຕິບັດພາລະບົດບາດ ສິດໜ້າທີ່ຂອງສະພາແຫ່ງຊາດສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໃນໂອກາດທີ່ໄດ້ມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ມີຫຼາຍວຽກງານທີ່ຈະໄດ້ພ້ອມກັນຈັດຕັ້ງແກ້ໄຂ ເປັນຕົ້ນແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງວຽກງານສະພາປະຊາຊົນແຂວງ ແລະ ວຽກງານອື່ນໆ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!