ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການ ແລະ ຄວບຕຳແໜ່ງຫົວໜ້າພະແນກການຕ່າງປະເທດນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 15 ມິຖຸນາ 2021 ທີ່ຫ້ອງວ່າການ ນວ ມີທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນວ ບັນດາຄະນະປະຈຳພັກ ນວ ຫົວໜ້າ ຮອງຫົວໜ້າພະແນກ ຮອງເຈົ້າເມືອງ ອົງການທຽບເທົ່າ ແລະ ພະນັກງານຂະແໜງ ການກ່ຽວຂ້ອງອ້ອມຂ້າງ ນວ ເຂົ້າຮ່ວມ.
ໂດຍອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ອີງຕາມໜັງສືແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ອີງຕາມກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນ ນວ ຊຸດທີ II ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງ ນວ ເຈົ້າຄອງ ນວ ອອກຂໍ້ຕົກລົງສະບັບລົງວັນທີ 22 ເມສາ 2021 ວ່າດ້ວຍການຍົກຍ້າຍທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການ ນວ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ແຕ່ງຕັ້ງທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເສດຖາ ເປັນຫົວໜ້າຫ້ອງວ່າການ ນວ ແລະ ຄວບຕຳແໜ່ງເປັນຫົວໜ້າພະແນກການຕ່າງປະເທດ ນວ.

ໂອກາດນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຊົມເຊີຍມາຍັງຜູ້ທີ່ໄດ້ຮັບໜ້າທີ່ໃໝ່ທັງສອງທ່ານ ພ້ອມທັງໃຫ້ທິດຊີ້ນຳຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຄັ້ງນີ້ ສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງ ກໍຄືການຈັດຕັ້ງມອບ ໝາຍໃຫ້ມີຜົນສຳເລັດ ເປັນຕົ້ນ ສືບຕໍ່ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຟື້ນຟູເສດຖະກິດ ສືບຕໍ່ປັບປຸງແບບແຜນການເຮັດວຽກ ການດຳລົງຊີວິດແບບໃໝ່ ແລະ ອື່ນໆ ທັງນີ້ ກໍເພື່ອເຮັດໃຫ້ວຽກງານການບໍລິການຢູ່ຫ້ອງວ່າການ ນວ ວ່ອງໄວທັນເວລາ.

# ຂ່າວ & ພາບ: ສົມສະຫວັນ