ອາສາສະໜັກກູ້ໄພກາແດງລາວແຂວງຫຼວງພະບາງ ເຂົ້າຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ

    ໃນວັນທີ 14​ ມິຖຸນາ​ 2021​ ທີມ​ງາ​ນໜ່ວຍກູ້ຊີບ-ກູ້ໄພ ​ອົງການ​ກາແດງລາວ ​ແຂວງຫຼວງພະບາງ​ ສົມທົບກັບພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງ ພ້ອມດ້ວຍນັກທຸລະກິດຢູ່ແຂວງຫຼວງພະບາງ ໄດ້ເດີນທາງໄປສົມທົບກັບອົງການກາແດງລາວ ແຂວງໄຊຍະບູລີ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມ ເພື່ອຊ່ວຍໃນການລຳລຽງປະຊາຊົນອອກຈາກເຂດສ່ຽງ ໂດຍໄດ້ໃຊ້ເຮືອຈຳນວນ 2 ລຳ ແລະ ເຈັສກີ 1 ລຳ.

    ປະຊາຊົນທີ່ໄດ້ຮັບການຊ່ວຍເຫຼືອທັງໜົດ 11 ບ້ານ ຄື: ບ້ານສີມຸງຄຸນ ບ້ານປົ່ງ ນາຍາວ ບ້ານປຸ່ງ, ບ້ານຖີ່ນ ວັງຊອຍ ນາເລົາ ໜອງແຊງ ນາຕໍນ້ອຍ ນາຕໍໃຫຍ່ ແລະ ບ້ານ ນູນສະຫວັນ ເມືອງ ໄຊຍະບູລີ ນອກຈາກນີ້ ຍັງໄດ້ຊ່ວຍພະແນກສາທາລະນະສຸກແຂວງຫຼວງພະບາງ ຕິດຕັ້ງເຄື່ອງຕອງນໍ້າດື່ມ ເພື່ອຈະລົງແຈກຢາຍນໍ້າດື່ມ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະກົບຈາກໄພນໍ້າຖ້ວມໃນຄັ້ງນີ້.

# ຂ່າວ & ພາບ:  ບຸນມີ ສີວິໄລ

error: Content is protected !!