ກອງປະຊຸມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນວັນທີ 15-16 ມິຖຸນາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຜທ ມີຮອງເລຂາຄະນະບໍລິຫານງານພັກ ຄະນະປະຈຳພັກ ຄະນະບໍລິຫານງານພັກ ຄະນະພັກຮາກຖານ ເລຂາໜ່ວຍພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຈັດຕັ້ງເຜີຍແຜ່ເນື້ອໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເຊື່ອມຊຶມ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກົດລະບຽບຂອງພັກ ສະໄໝທີ XI ແລະ ຈະໄດ້ເຜີຍແຜ່ເອກະສານສຳຄັນຈຳນວນໜຶ່ງຄື: ມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໄລຍະໃໝ່ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ບົດສະຫຼຸບວຽກການກວດກາທົ່ວປະເທດ ປະຈຳປີ 2020 ແລະ 5 ປີ(2016-2020) ແລະ ທິດທາງແຜນການ ປີ 2021.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແມ່ນເຫດການການເມືອງສຳຄັນປະຫວັດສາດ ເປັນກອງປະຊຸມແຫ່ງການສືບຕໍ່ຢຶດໝັ້ນ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາໃຫ້ເຂົ້າສູ່ລວງເລິກ ກຳນົດທັດສະນະແຫ່ງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອດດ້ານ ໃນການພັດທະນາເສດຖະກິດ-ສັງຄົມໃນຊຸມປີຕໍ່ໜ້າ ແໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ທັງແມ່ນຂີດໝາຍ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບ ແນໃສ່ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນພາຍໃນຊາດ ເດັດດ່ຽວປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ.
# ຂ່າວ & ພາບ: ຊິລິການດາ